(ພາບປະກອບ: TTXVN)
(vovworld) ກອງປະຊຸມສະໄໝທີ 24 ຄະນະກຳມະການອາຊີ - ປາຊີຝິກ ກ່ຽວກັບສະຖິຕິດ້ານການກະເສດ (APCAS 24) ໄດ້ໄຂຂຶ້ນໃນວັນທີ 8/10 ຢູ່ນະຄອນດ່າລາດ, ແຂວງເລິມດົ່ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 85 ທ່ານທີ່ມາຈາກ 25 ປະເທດ ແລະ ບັນດາອົງການຈັດຕັ້ງ, ອົງການອາຫານ ແລະ ການກະເສດສາກົນ (FAO)… ກອງປະຊຸມຄັ້ງນີ້ເລັ່ງໃສ່ 3 ຈຸດໝາຍ, ໜ້າທີ່ສຳຄັນນັ້ນແມ່ນ: ຕີລາຄາການເຄື່ອນໄຫວຂອງຄະນະກຳມະການອາຊີ - ປາຊີຝິກ ກ່ຽວກັບຂົງເຂດສະຖິຕິອາຫານ ແລະ ການກະເສດໃນ 2 ປີຜ່ານມາ, ກໍ່ຄືບັນດາເນື້ອໃນທີ່ຄວນສຸມໃສ່ປະຕິບັດໃນ 2 ປີ ຈະມາເຖິງ. ກ່າວຄວາມເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ລົງທຶນຫວຽດນາມ Dao Quang Thu ເນັ້ນໜັກວ່າ ສະໄໝປະຊຸມຄັ້ງນີ້ ດ້ວຍການເຂົ້າຮ່ວມຂອງຜູ້ຊ່ຽວຊານອັນດັບໜຶ່ງກ່ຽວກັບສະຖິຕິການກະເສດຂອງ FAO ແລະ ບັນດາປະເທດໃນພາກພື້ນ ແມ່ນມີຄວາມຈຳເປັນ ແລະ ມີຄວາມໝາຍທີ່ສຸດ.
”ການປຶກສາຫາລືເນື້ອໃນຕ່າງໆຢູ່ກອງປະຊຸມຄັ້ງນີ້ ຈະຊ່ວຍໃຫ້ບັນດາປະເທດໃນພາກພື້ນປັບປຸງ, ເພີ່ມທະວີວຽກງານສະຖິຕິການກະເສດຢ່າງແນ່ນອນ, ຕອບສະໜອງຄວາມຕ້ອງການຂອງຜູ້ນຳໃຊ້ຂໍ້ມູນ. ກອງປະຊຸມກໍ່ສະຫງວນກາລະໂອກາດ ເພື່ອຮັບຟັງຜູ້ຊ່ຽວຊານຂອງ FAO ແລະ ປະເທດຕ່າງໆແລກປ່ຽນບົດຮຽນ, ຄວາມຫຍຸ້ງຍາກ, ຜົນສຳເລັດ, ບັນດາວິທີການໃໝ່ທີ່ກ້າວໜ້າ. ໝາກຜົນຂອງກອງປະຊຸມຈະແມ່ນປະຖົມປັດໃຈ, ເປັນພື້ນຖານໃຫ້ແກ່ການກໍ່ສ້າງບັນດາແຜນການ ກໍ່ຄືມາດຕະການເພື່ອປະຕິບັດຍຸດທະສາດທົ່ວໂລກກ່ຽວກັບການເພີ່ມທະວີສະຖິຕິດ້ານການກະເສດໃນແຕ່ລະປະເທດ ກໍ່ຄືໃນພາກພື້ນອາຊີ - ປາຊີຝິກ”