(ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ)
(vovworld) - ຕອນບ່າຍວັນທີ 7/10, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງ ແລະ ໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ ກ່ຽວກັບການແກ້ໄຂຮ້ອງທຸກ ແລະ ຮ້ອງຟ້ອງ ຂອງພົນລະເມືອງປີ 2014. ບັນດາສະມາຊິກ ຄະນະປະຈຳສະພາແຫ່ງຊາດສ່ວນຫຼາຍຖືວ່າ, ປີ 2014, ວຽກງານຕ້ອນຮັບພົນລະເມືອງ ແກ້ໄຂຮ້ອງທຸກ ແລະ ຮ້ອງຟ້ອງ ສືບຕໍ່ມີການຫັນປ່ຽນຢ່າງຈະແຈ້ງ. ເຖິງຢ່າງໃດກໍ່ຕາມ, ຄຸນນະພາບ, ປະສິດທິຜົນວຽກງານຕ້ອນຮັບພົນລະເມືອງບໍ່ທັນສູງ. ການນຳທ້ອງຖີ່ນບາງທ່ານບໍ່ທັນເອົາໃຈໃສ່, ຫຼືຕ້ອນຮັບພົນລະເມືອງໂດຍກົງເທື່ອ.
ເຫັນດີຕໍ່ບັນດາວິທີການແກ້ໄຂເຊິ່ງບົດລາຍງານຂອງລັດຖະບານໄດ້ວາງອອກ ເພື່ອແກ້ໄຂຮ້ອງທຸກ ແລະ ຮ້ອງຟ້ອງຂອງພົນລະເມືອງໃນປີ 2015. ບັນດາຜູ້ແທນເນັ້ນໜັກວ່າ, ໄລຍະຈະມາເຖິງຄວນສຸມໃສ່ກວດກາ, ປັບປຸງນະໂຍບາຍກົດໝາຍກ່ຽວກັບ ການແກ້ໄຂຮ້ອງທຸກ, ຮ້ອງຟ້ອງ ແລະ ບັນດາເອກະສານທີ່ກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃຫ້ເໝາະສົມກັບລັດຖະທຳມະນູນປີ 2013; ແກ້ໄຂສິ່ງທີ່ຍັງຄົງຄ້າງ, ອ່ອນດ້ອຍໃນການຄຸ້ມຄອງລັດ, ພິເສດແມ່ນບັນດາຂົງເຂດທີ່ເກີດການ ຮ້ອງທຸກ ແລະ ຮ້ອງຟ້ອງງ່າຍຄືຂົງເຂດທີ່ດິນ, ການລົງທຶນກໍ່ສ້າງພື້ນຖານ…