(VOVWORLD) -ໂດຍສືບຕໍ່ກອງປະຊຸມຄັ້ງທີ 37, ຕອນເຊົ້າວັນທີ 17 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງດຳລັດກຳນົດລະບຽບການດ້ານພາສີ, ກວດກາ, ຕິດຕາມກວດກາດ້ານພາສີສຳລັບສິນຄ້າຜ່ານແດນຜ່ານລະບົບຜ່ານແດນພາສີອາກອນ ອາຊຽນເພື່ອປະຕິບັດດຳລັດເລກທີ 7 ວ່າດ້ວຍລະບົບຜ່ານແດນ ພາສີ.
ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: Quochoi.vn) |
ເມື່ອລາຍງານໃບສະເໜີຮ່າງດຳລັດດັ່ງກ່າວ, ທ່ານ ດິງຕຽນຢຸງລັດຖະມົນຕີກະຊວງການເງິນຊີ້ແຈ້ງວ່າ, ການສ້າງຮ່າງດຳລັດແມ່ນຈຳເປັນ, ເພື່ອແນໃສ່ສ້າງພື້ນຖານນິຕິກຳເພື່ອຜັນຂະຫຍາຍການນຳໃຊ້ການຫັນພາສີ ເປັນທັນສະໄໝສຳລັບສິນຄ້າຜ່ານແດນ ລະຫວ່າງບັນດາປະເທດອາຊຽນ, ໃນນັ້ນມີ ຫວຽດນາມ, ຫຼຸດຜ່ອນລະບຽບການດ້ວຍເອກະສານໃນການປະຕິບັດລະບຽບການພາສີອາກອນສຳລັບສິນຄ້າຜ່ານແດນ. ພ້ອມທັງ, ປະກາດໃຊ້ດຳລັດຈະຍົກສູງກຳລັງຄວາມສາມາດລະຫວ່າງບັນດາວິສາຫະກິດ, ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມີປະເທດຂອງຫວຽດນາມ ໃນການຂົນສົ່ງສິນຄ້າຜ່ານແດນ.