ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ -ລາວ, ລາວ -ຫວຽດນາມ
|
(vovworld)-ຕອນເຊົ້າວັນທີ 27/12, ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ -ລາວ, ລາວ -ຫວຽດນາມ ຖືກຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ. ຝ່າຍຫວຽດນາມ ມີທ່ານ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມະການຮ່ວມມື ຫວຽດນາມ - ລາວ ພ້ອມກັບການນຳບັນດາກະຊວງ, ຂະແຫນງການ ໃນຄະນະກຳມະການ. ຝ່າຍ ລາວ ມີທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ພ້ອມກັບການນຳບັນດາກະຊວງ, ຂະແຫນງການຂອງລາວໃນຄະນະກຳມະການ.
ທີ່ກອງປະຊຸມ, ສອງຝ່າຍເຫັນດີນຳກັນໂດຍຖືວ່າ: ສັນຍາການຮ່ວມມື ຫວຽດນາມ - ລາວ ໄລຍະ 2011-2015 ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ກ່ຽວກັບການພົວພັນດ້ານການເມືອງ ການທູດ, ສອງຝ່າຍຈັດຕັ້ງການຢ້ຽມຢາມ, ພົບປະລະຫວ່າງການນຳຂັ້ນສູງສອງປະເທດເປັນຢ່າງດີ, ສ້າງຕັ້ງກົນໄກແລກປ່ຽນປະຈຳປີລະຫວ່າງລັດຖະມົນຕີການຕ່າງປະເທດ, ສອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງສອງປະເທດ. ກ່ຽວກັບການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ, ສອງຝ່າຍຕັດສິນໃຈສຳເລັດໂຄງການປັກຫລັກໝາຍຖີ່ ແລະ ບູລະນະລະບົບຫລັກໝາຍແຫ່ງຊາດ.
ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ ໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ປະກອບສ່ວນໃຫ້ແກ່ການເຕີບໂຕ ແລະ ເກັບງົບປະມານຂອງລາວ, ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນຫລາຍຄົນ. ສອງຝ່າຍໄດ້ລົງນາມໃນສັນຍາການຄ້າ ຫວຽດນາມ - ລາວ ເມື່ອເດືອນ 3/2015 ແລະ ສັນຍາການຄ້າຊາຍແດນ ຫວຽດນາມ ແລະ ລາວ ໃນເດືອນ 6/2015. ປີ 2015, ວົງເງິນຂາອອກຂາເຂົ້າສອງປະເທດ ຄາດວ່າບັນລຸ 1,3 ຕື້ USD.
ທີ່ກອງປະຊຸມ, ສອງຝ່າຍເຫັນດີເພີ່ມທະວີການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດເປັນຢ່າງດີ, ສະຫນັບສະຫນູນ ແລະ ຫນູນຊ່ວຍລາວ ຮັບບົດບາດປະທານ ອາຊຽນ ປີ 2016 ສຳເລັດຜົນ, ຍູ້ແຮງການຮ່ວມມື ທີ່ເວທີປາໄສສາກົນ ແລະ ພາກພື້ນ, ເອົາໃຈໃສ່ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ໃຫ້ສະຖຽນລະພາບ ແລະ ພັດທະນາຮອບດ້ານ, ຜັນຂະຫຍາຍການປະຕິບັດສັນຍາກ່ຽວກັບຂໍ້ກຳນົດກົດລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ - ລາວ, ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫລັກໝາຍແຫ່ງຊາດ ຫວຽດນາມ - ລາວຢ່າງມີປະສິດທິຜົນ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍ ຢືນຢັນ ຈະສ້າງເງື່ອນໄຂສະດວກກວ່າອີກໃຫ້ບັນດານັກລົງທຶນສອງປະເທດ, ສົມທົບກັນຜັນຂະຫຍາຍສັນຍາການຄ້າ ຫວຽດນາມ - ລາວ ແລະ ສັນຍາການຄ້າຊາຍແດນຫວຽດນາມ - ລາວຢ່າງມີປະສິດທິຜົນ.
ກ່ຽວກັບການຮ່ວມມືການສຶກສາບຳລຸງສ້າງ, ສອງຝ່າຍສືບຕໍ່ສະຫງວນໃຫ້ກັນບັນດາທຶນສຶກສາໃຫ້ພະນັກງານ, ນັກຮຽນ, ນັກສຶກສາສອງປະເທດມາຮ່ຳຮຽນ, ຄົ້ນຄ້ວາຢູ່ແຕ່ລະປະເທດ. ສະເພາະປີ 2016, ຫວຽດນາມ ສະຫງວນໃຫ້ລາວ 1.000 ທຶນສຶກສາ ແລະ ລາວສະຫງວນໃຫ້ຫວຽດນາມ 60 ທຶນສຶກສາ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນສັນຍາການຮ່ວມມືສອງຝ່າຍຫວຽດນາມ - ລາວ ໄລຍະ 2016-2020, ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືສອງຝ່າຍຫວຽດນາມ - ລາວ ປີ 2016, ບົດບັນທຶກຊ່ວຍຈຳກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ.
ໝີບີງ ນັກຂ່າວ VOV ປະຈຳ ວຽງຈັນ.