ກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະຖືກດຳເນີນໃນມໍ່ໆນີ້
ກອງປະຊຸມຄັ້ງທີ່ 6 ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ສຳເລັດແລ້ວ
|
Vovworld- ກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະຖືກດຳເນີນແຕ່ວັນທີ 10 – 20/4. ຕາມແຜນການແລ້ວ, ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະຮັບຟັງ ແລະ ໃຫ້ຄຳເຫັນໃສ່ 2 ບົດລາຍງານກ່ຽວກັບການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການລົງທຶນຂອງລັດໃນຂົງເຂດກະສິກຳ, ຊາວກະສີກອນ ແລະ ຊົນນະບົດ. ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບໃໝການກະທຳລະເມີດດ້ານການບໍລິຫານ, ກົດໝາຍວ່າດ້ວຍທະເລຫວຽດນາມ, ກົດໝາຍວ່າດ້ວຍລາຄາ, ກົດໝາຍວ່າດ້ວຍຊັບພະຍາກອນແຫຼ່ງນ້ຳສະບັບປັບປຸງ....ຊຶ່ງກ່ຽວຂ້ອງເຖິງບັນດາບັນຫາສຳຄັນຂອງປະເທດຊາດ. ຄະນະປະຈຳສະພາແຫ່ງຊາດຫວຽດນາມຍັງຈະໃຫ້ຄຳເຫັນໃສ່ແຜນແມ່ບົດສັງລວມສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບການຕີລາຄາຜົນຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປີ 2011 , ສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2012, ສະຫຼຸບການປະຕິບັດງົບປະມານປີ 2010.