ກອງປະຊຸມຄັ້ງທີ19ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ສະຫະພັນລັດເຊຍ
ກອງປະຊຸມຄັ້ງທີ19ຄະນະກຳມະການລະຫວ່າງ
ລັດຖະບານຫວຽດນາມ-ສະຫະພັນລັດເຊຍ
(ພາບ: TTXVN)
(vovworld) - ວັນທີ 21/09, ຢູ່ນະຄອນ Saint – Petersburg, ສະຫະພັນລັດເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເປັນປະທານຮ່ວມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມກັບຄະນະຜູ້ແທນລັດຖະບານສະຫະພັນລັດເຊຍ ໂດຍທ່ານຮອງນາຍົກລັດຖະມົນຕີຜູ້ທີ່ໜຶ່ງ Igor Shuvalov ເປັນຫົວໜ້າຄະນະ. ທີ່ກອງປະຊຸມຄັ້ງທີ 19, 2 ຝ່າຍໄດ້ກວດກາຄືນສະພາບການປະຕິບັດບົດບັນທຶກຊ່ວຍຈຳຂອງກອງປະຊຸມຄັ້ງທີ 18, ເຫັນດີນຳກັນໂດຍຖືວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນປີຜ່ານມາ ໄດ້ຮັບການພັດທະນາດີພໍສົມຄວນ. 2 ຝ່າຍບັນລຸໄດ້ຄວາມເຂົ້າໃຈກັນໃນຫຼາຍບັນຫາທີ່ໄດ້ຍົກອອກມາເພື່ອປຶກສາຫາລື ເຊິ່ງກ່ຽວຂ້ອງເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ ແລະ ວາງອອກບັນດາມາດຕະການເພື່ອຫັນການຮ່ວມມືເປັນລະອຽດກວ່າໃນໄລຍະຈະມາເຖິງ… ສ່ວນທ່ານຮອງນາຍົກລັດຖະມົນຕີລັດເຊຍ ຜູ້ທີ່ໜຶ່ງ Igor Shuvalov ຫວັງວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບບາງກົນໄກຮ່ວມມືໃນຂົງເຂດທະນາຄານ, ການກໍ່ສ້າງ, ພະລັງງານ, ການທ່ອງທ່ຽວ…
ສິ້ນສຸດການພົບປະ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ, ເຕັກນິກ.