ກອງປະຊຸມຄັ້ງທີ7ຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມຊຸດທີ11
ກອງປະຊຸມຄັ້ງທີ7ຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມຊຸດທີ11
(ພາບ: baomoi)
(vovworld) - ປີ 2015, ສະມາຄົມແມ່ຍິງທຸກຂັ້ນ ໄດ້ຊ່ວຍເຫຼືອ 115.000 ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ຂົນຂວາຍການສະໜັບສະໜູນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແມ່ຍິງທຸກຍາກ, ແມ່ຍິງປະສົບກັບຄວາມຫຍຸ້ງຍາກເປັນພິເສດ ກວ່າ 3.000 ຫຼັງ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມ ຊຸດທີ 11, ໂດຍສະຫະພັນແມ່ຍິງຫວຽດນາມ ຈັດຕັ້ງ ໃນຕອນເຊົ້າວັນທີ 25/12, ຢູ່ຮ່າໂນ້ຍ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມ.
ປີ 2015, ສະມາຄົມແມ່ຍິງທຸກຂັ້ນ ໄດ້ປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວເພື່ອຫັນວຽກງານແມ່ຍິງເປັນວຽກງານສັງຄົມ, ມີຫຼາຍຮູບແບບ, ວິທີປະຕິບັດຢ່າງມີຫົວຄິດປະດິດສ້າງຖືກຍົກອອກມາ ເພື່ອນຳການເຄື່ອນໄຫວຂອງສະມາຄົມບັນລຸປະສິດທິຜົນຢ່າງແທດຈິງ; ກໍຄືເອົາໃຈໃສ່ເຖິງແມ່ຍິງເປັນຢ່າງດີກວ່າ, ເປັນເສນາທິການນະໂຍບາຍທີ່ມີການກະທົບຢ່າງໃຫຍ່ຫຼວງຄືກຳນົດອັດຕາແມ່ຍິງໃນການເລືອກຕັ້ງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ. ຄຽງຂ້າງນັ້ນ, ຄະນະບໍລິຫານງານສູນກາງສະມາຄົມໄດ້ປຸກລະດົມການແຂ່ງຂັນພິເສດດ້ວຍຫົວຂໍ້ວ່າ “ແມ່ຍິງຫວຽດນາມ ສາມັກຄີ, ມີຫົວຄິດປະດິດສ້າງ, ແຂ່ງຂັນປະຕິບັດສຳເລັດໜ້າທີ່ປີ 2016”; ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນແມ່ຍິງຕັ້ງໜ້າຮ່ຳຮຽນ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ສ້າງຄອບຄົວມີຄວາມຜາສຸກ, ປະຕິບັດບັນດາຂະບວນການແຂ່ງຂັນເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ທົ່ວປະເທດຂອງພັກ.