ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄັ້ງທີ 27
(ພາບ: BaoAnh)
(vovworld) - ຕອນເຊົ້າວັນທີ 09/03, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄັ້ງທີ 27. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງບົດລາຍງານໝາກຜົນງານປີ 2015 ຂອງຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ, ຍົກອອກຂໍ້ສະເໜີຫລາຍຢ່າງ ເພື່ອແກ້ໄຂວຽກເຮັດງານທຳໃຫ້ຊາວໜຸ່ມ. ໃນໄລຍະຜ່ານມາໄດ່ສ້າງວຽກເຮັດງານທຳໃໝ່ຕື່ມອີກໃຫ້ຊາວໜຸ່ມ 1,6 ລ້ານຄົນ, ເຖິງຢ່າງໃດກໍ່ຕາມ ນັກສຶກສາຫາກໍຈົບມະຫາວິທະຍາໄລ ຍັງປະສົມຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທຳ. ບັນດາຜູ້ແທນຖືວ່າ: ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄວນສົມທົບກັບບັນດາກະຊວງ, ຂະແໜງການຢ່າງແໜ້ນແຟ້ນກ່ວາອີກ ເພື່ອແນໃສ່ເສີມຂະຫຍາຍບັນດາຮູບແບບທີ່ດີກ່ຽວກັບການແກ້ໄຂວຽກເຮັດງານທຳໃຫ້ຊາວໜຸ່ມ. ທ່ານ ຫງວຽນຈ້ອງດ່າມ, ລັດຖະມົນຕີຊ່ວຍວ່າການກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຖືວ່າ:
“ປະຈຸບັນມີການປັບປຸງຫລາຍຢ່າງໃນການສຳຜັດການສຶກສາການເຊື່ອມຕົວທີ່ດີແລ້ວ ແຕ່ອັດຕາສ່ວນຜູ້ໄປຮຽນວິຊາຊີບ ແລະ ລະດັບຄວາມຮູ້ສູງກ່ວາ ແມ່ນຍັງປະສົມກັບຄວາມຫຍຸ້ງຍາກ ຍ້ອນການສຳຜັດຍາກຢູ່. ປະຈຸບັນພວກເຮົາຈັດຕັ້ງການຮຽນວິຊາຊີບຕາມແບບທົ່ວໄປ, ບໍ່ມີການໜູນຊ່ວຍຢ່າງລະອຽດ. ພວກເຮົາຄວນຕີລາຄາເລິກ ບັນຫາສອນວິຊາຊີບເວົ້າລວມ ໃນນັ້ນມີບັນຫາສອນວິຊາຊີບ, ອັນໃດໄດ້ດີ, ອັນໃດຍັງບໍ່ທັນໄດ້, ອັນໃດຍັງຂ້າງຄາ, ບັນຫາຂຶ້ນກັບກະຊວງ, ຂະແໜງການໃດ ແມ່ນສົ່ງຂໍ້ສະເໜີແນະໃຫ້ກະຊວງ, ຂະແໜງການນັ້ນ ເພື່ອແກ້ໄຂ”.
ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ສະເໜີຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽນດາມ ສົມທົບກັບບັນດາກະຊວງ, ຂະແໜງການ ເພື່ອເປັນເສນາທິການໃຫ້ລັດຖະບານ ສຳເລັດການປັບປຸງກົດໝາຍວ່າດ້ວຍຊາວໜຸ່ມໂດຍໄວ.