ກອງປະຊຸມຄະນະກຳມະການສູນກາງແນວໂຮມ ປະເທດຊາດຫວຽດ ນາມຄັ້ງທີ່ 10 ຊຸດທີ່ 7 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 15/1 ຢູ່ຮ່າໂນ້ຍ |
Vovworld- ຕອນເຊົ້າວັນທີ 15/1, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ຈັດກອງປະຊຸມຄະນະປະທານຄັ້ງທີ່ 10 ຊຸດທີ່ 7 ຂຶ້ນ. ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ ປີ 2012, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ ແລະ ບັນດາອົງການສະມາຊິກ ສືບຕໍ່ມີ ປ່ຽນແປງໃໝ່ດ້ານເນື້ອໃນ ແລະ ແບບວິທີການໂຄສະນາ, ຂົນຂວາຍ ປັບປຸງກຸ່ມກ້ອນມະຫາ ສາມັກຄີ ທົ່ວປວງຊົນທັງຊາດ. ເພື່ອເສີມຂະຫຍາຍບົດບາດ ຂອງແນວໂຮມຫຼາຍກ່ວາອີກນັ້ນ, ມີຜູ້ແທນຫຼາຍຄົນຖືວ່າ ແນວໂຮມປະເທດຊາດຄວນເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຫຼາຍກ່ວາອີກ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນມີໂອກາດສະແດງຄຳຄິດຄຳເຫັນ, ຂໍ້ສະເໜີແນະຕໍ່ພັກ, ລັດ ແລະ ປະຕິບັດບັນດາສິດເຂົ້າຮ່ວມການຄຸ້ມຄອງສັງຄົມ . ທ່ານສາດສະດາຈານ ລິວວັນດາດ, ສະມາຊິກໃນຄະນະປະທານ ຖືວ່າ :
“ ຄວນສືບຕໍ່ປັບປຸງ, ເພີ່ມເຕີມເຂົ້າໃນບັນດາຂໍ້ກຳນົດຂອງແນວໂຮມ, ເພື່ອສ່ອງແສງຢ່າງຖືກຕ້ອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ບົນຫຼັກໝັ້ນຂອງປະຊາຊົນ. ຂ້າພະເຈົ້າສະເໜີວ່າ ນັບແຕ່ຕົ້ນປີ 2013 ຕ້ອງເປັນເອກະພາບກັນລະຫວ່າງບັນດາອົງການສຳນັກງານມີສິດອຳນາດແຫ່ງລັດກ່ຽວກັບໂຄງການຕິດຕາມກວດກາ ແລະ ວິຈານ ເພື່ອສ້າງໃຫ້ມີການຜັນປ່ຽນຢ່າງໃຫຍ່ຫຼວງກ່ຽວກັບຄຸນນະພາບຂອງບັນຫານີ້, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງພັກ, ອຳນາດການປົກຄອງໃຫ້ປອດໃສ,ໝັ້ນຄົງເຂັ້ມແຂງ”.