ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
(vovworld) - ວັນທີ 01/10/2016, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ ຈັດຕັ້ງກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຍ້ອງຍໍຄວາມມານະພະຍາຍາມຂອງບັນດາອົງການດຳເນີນຄະດີສູນກາງ, ຄະນະວຽງງານການເມືອງພາຍໃນ, ອົງການໄອຍາການປະຊາຊົນ ແລະ ສານປະຊາຊົນນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າ, ຮີບເຮັ່ງ ນຳບັນດາຄະດີອອກສານພິພາກສາຢ່າງທັນການ, ເຂັ້ມງວດ, ຖືກຕາມຂໍ້ກຳນົກຂອງກົດໝາຍ. ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ ຄວນສືບຕໍ່ຍູ້ໄວຄວາມຄືບໜ້າແກ້ໄຂບາງເຫດການ, ຄະດີສໍ້ລາດບັງຫລວງ, ເສດຖະກິດຢ່າງຮ້າຍແຮງທີ່ສຸດ ເຊິ່ງຫາງສຽງສັງຄົມມີຄວາມສົນໃຈພິເສດ. ດ້ວຍຄວາມຕັດສິນໃຈດ້ານການເມືອງສູງ, ບັນດາອົງການທີ່ກ່ຽວ ຂ້ອງຄວນຕັ້ງໜ້າ, ເປັນເຈົ້າການ, ປະຕິບັດພາລະບົົດບາດ, ໜ້າທີ່, ສິດອຳນາດຕາມຂໍ້ກຳນົດຂອງກົດໝາຍຢ່າງຖືກຕ້ອງ, ເອົາໃຈໃສ່ເປັນພິເສດເຖິງການຍົກສູງຄຸນນະພາບວຽກງານສືບສວນກວດກາ, ສັນລະສູດ, ລົງໂທດຜູ້ວາງອຸບາຍ ນຳໜ້າ, ສວຍໃຊ້ຕຳແໜ່ງ, ສິດອຳນາດເພື່ອລະເມີດກົດໝາຍ, ຕັ້ງໃຈກໍ່ຜົນຮ້າຍຢ່າງຮ້າຍແຮງ, ອະໄພຍະໂທດສຳລັບຜູ້ບອກຄວາມລັບ, ດັດແກ້ຕົນເອງຂອງຕົນ ຫຼື ທົດແທນຄ່າເສຍຫາຍດ້ວຍຄວາມສະໝັກໃຈ.