ສືບຕໍ່ລາຍການວາລະປະຊຸມ ທີ 2
(vovworld) – ໂດຍສືບຕໍ່ລາຍການວາລະປະຊຸມ ທີ 2, ຕອນເຊົ້າ ວັນທີ 16/8, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີຕໍ່ຂໍ້ສະເໜີ ຂອງລັດຖະບານ ກ່ຽວກັບການນຳໃຊ້ແຫ່ງທຶນພັນທະບັດລັດຖະບານສຳຮອງ ໄລຍະ 2012-2015 ຂອງໂຄງການໜອງຕ໊າແຈັກ ໃຫ້ແກ່ການຊົດເຊີຍ, ຍົກຍ້າຍປະຊາຊົນໄປຕັ້ງພູມລຳເນົາຄົງທີ່. ເຖິງຢ່າງໃດກໍ່ຕາມ, ຄະນະປະຈຳສະພາແຫ່ງຊາດ ສະເໜີ ບັນດາອົງການກ່ຽວຂ້ອງ ຈຳເປັນຕ້ອງປະຕິບັດກົດລະບຽບວິໄນດ້ານການເງິນ ຢ່າງເຂັ້ມງວດ, ເພື່ອໃຫ້ບັນດາກິດຈະກຳ, ໂຄງການລົງທຶນຂອງລັດມີປະສິດທິຜົນ.
ຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນ ກ່ຽວກັບໃບສະເໜີ ຂອງລັດຖະບານ ກ່ຽວກັບການປັບປຸງແຜນທຶນຕ່າງປະເທດ ປີ 2016 ຕາມນັ້ນແລ້ວ, ລັດຖະບານສະເໜີ ຄະນະປະຈຳສະພາແຫ່ງຊາດ ອະນຸຍາດໃຫ້ດັດສົມແຜນທຶນຕ່າງປະເທດ ປີ 2016. ຕາມມະຕິ ເລກທີ 101, ສະພາຊາດທີ 13, ຍອດຈຳນວນທຶນຕ່າງປະເທດປີ 2016 ແມ່ນ 50 ພັນຕື້ດົ່ງ, ສະ ພາແຫ່ງຊາດ ໄດ້ຈັດແບ່ງ ລະອຽດໃຫ້ບັນດາທ້ອງຖິ່ນແມ່ນ 48.700 ຕື້ດົ່ງ, ຈົ່ງໄວສຳຮອງ 1300 ຕື້ດົ່ງ ຍັງບໍ່ໄດ້ຈັດແບ່ງ. ເຖິງຢ່າງໃດກໍ່ຕາມ, ຮອດໝົດ ເດືອນ 5 ປີນີ້, ອັດຕາປ່ອຍເງິນ ບັນລຸໄດ້ພຽງ 36% ຕາມແຜນການເທົ່ານັ້ນ.