ກອງປະຊຸມຕີລາຄາ ການເຄື່ອນໄຫວວິທະ ຍາສາດເຕັກໂນໂລຊີ ປະຕິບັດມະຕິ ສູນກາງພັກຄັ້ງທີ 7

ກອງປະຊຸມຕີລາຄາ ການເຄື່ອນໄຫວວິທະ ຍາສາດເຕັກໂນໂລຊີ ປະຕິບັດມະຕິ ສູນກາງພັກຄັ້ງທີ 7 - ảnh 1

(ພາບ: vov.vn)

 (vovworld)-ຕອນ​​ເຊົ້າ​ວັນ​ທີ 3/9, ​ໄດ້​ຈັດ​ໃຫ້​ມີ ກອງ​ປະຊຸມ​ຕີ​ລາຄາການ​ເຄື່ອນ​ໄຫວ​ວິທະຍາສາດ​ສັງຄົມປະຕິບັດ​ມະຕິສູນ​ກາງ​ພັກ​ຄັ້ງທີ 7 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ ​ແລະ ນັກວິທະຍາສາດ​, ນັກ​ຄຸ້ມ​ຄອງ, ບັນດາ​ວິ​ສາ​ຫະກິດ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ: ຈຸດປະສົງ​ຂອງ​ມະຕິສູນ​ກາງ​ພັກ​ຄັ້ງທີ 7 ແມ່ນສ້າງ​ພື້ນຖານ​ກະສິກຳ​ພັດທະນາ​ຮອບດ້ານ, ທັນ​ສະ​ໄໝ, ສ້າງ​ບັນດາ​ຜະລິດ​ຕະພັນ, ສິນຄ້າ​ມີ​ຄຸນຄ່າ​ສູງ. ສະນັ້ນ, ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີມີ​ບົດບາດ​ສຳຄັນ​ທີ່​ສຸດ, ຕັດສິນ​ການ​ພັດທະນາ​ກະ​ສິດ​ກຳ​ຂອງ​ປະ​ເທດ​ຊາດ. ທ່ານປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນການ​ພັດທະນາ​ຂອງ​ພື້ນຖານ​ກະສິກຳ​ຫວຽດນາມ ພ້ອມ​ທັງ​ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ອະນາຄົດ, ຂະ​ແໜງ​ກະ​ສິ​ກຳ​ຍັງ​ມີ​ໂອກາດຫຼາຍ​ຢ່າງ​​ແຕ່​ກໍ່​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ:

  “ພວກ​ເຮົາ​ຕ້ອງ​ວາງ​ແຜນ​ນຳ​ນົດ, ສ້າງ​ໂຄງ​ປະກອບ, ຄິດ​ໄລ່​ແນວ​ໃດ​ໃຫ້​ເໝາະ​ສົມ. ນີ້​ແມ່ນ​ບັນຫາ​ວິທະຍາສາດ. ຕ້ອງ​ອີງ​ຕາມ​ກຳລັງ​ຂອງ​ຕົນ, ອີງ​ບົນ​ຕະຫຼາດ, ຕາມ​ທ່າ​ແຮງ​ເພື່ອ​ສາມາດ​ປະຕິບັດ​ໄດ້. ຕ້ອງ​ຄິດ​ໄລ່​ດ້ານ​ທີ່​ດິນ, ຕົ້ນ​ໄມ້, ​ແນວ​ພັນ​ສັດລ້ຽງ​ໃນ​ເງື່ອ​ນໄຂ​ເສດຖະກິດ​ການ​ຕະຫຼາດ. ຢາກ​ພັດທະນາ​ການ​ຜະລິດ​ສິນຄ້າ​ເຕັກ​ໂນ​ໂລ​ຊີ​ສູງ, ​ໃນ​ແຕ່ລະ​ຂອດ​ຕ້ອງ​ມີ​ປັດ​ໄຈ​ວິທະຍາສາດ”

ຂ່າວ/ບົດ​ອື່ນ