ກອງປະຊຸມຕີລາຄາ ສິ້ນສຸດໂຄງການການ ເງິນຊົນນະບົດ 3
(ພາບປະກອບ)
(vovworld)- ຕອນບ່າຍວັນທີ 21/7, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ ສົມທົບກັນຈັດກອງປະຊຸມຕີລາຄາສິ້ນສຸດໂຄງການການເງິນຊົນນະບົດ 3.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບບັນດາໂຄງການການເງິນຂອງບັນດາອົງການສາກົນ ແລະ ໃຫ້ຄຳໝັ້ນສັນຍານຳໃຊ້ບັນດາແຫຼ່ງທຶນກູ້ຢືມຢ່າງຈະແຈ້ງ, ມີປະສິດທິຜົນ:
“ຈາກຜົນສຳເລັດຂອງໂຄງການນີ້, ຂ້າພະເຈົ້າສະເໜີໃຫ້ທະນາຄານແຫ່ງລັດ ກໍ່ຄືບັນດາຫົວໜ່ວຍເຂົ້າຮ່ວມຕ້ອງຕີລາຄາ, ຖອດຖອນບົດຮຽນເພື່ອເປີດກ້ວາງໂຄງການໃນໄລຍະຈະມາເຖິງ. ນີ້ແມ່ນໂຄງການ ODA ທີ່ມີໝາກຜົນດີທີ່ສຸດ. ລັດຖະບານພວມຊຸກຍູ້ການປ່ອຍເງິນບັນດາໂຄງການ ODA. ພວກເຮົາຕ້ອງຕີລາຄາວ່າເປັນຫຍັງບັນດາໂຄງການ ODA ອື່ນບໍ່ປະຕິບັດໄດ້ດີ, ໂຄງການນີ້ພັດປະຕິບັດໄດ້ດີ“.