ກອງປະຊຸມທົ່ວປະເທດ ຜັນຂະຫຍາຍປະຕິບັດ ມະຕິສູນກາງພັກຄັ້ງທີ 6 ຊຸດທີ 11

ກອງປະຊຸມທົ່ວປະເທດ ຜັນຂະຫຍາຍປະຕິບັດ ມະຕິສູນກາງພັກຄັ້ງທີ 6 ຊຸດທີ 11 - ảnh 1

(ພາບປະກອບ:baocongthuong.com.vn)

(vovworld) - ຕອນ​ເຊົ້າວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທ​ດຮ່ຳຮຽນ, ຊາບ​ຊືມ ​ແລະ ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 6 ຊຸດ​ທີ 11 ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາ​ຍກ່ຽວ​ກັບ​ທີ່​ດິນ​ໃນ​ໄລຍະ​ຍູ້​ແຮ​ງການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນສະ​ໄໝ. ນະ​ທີ່​ນີ້, ທ່ານ​ຮອງນາຍົກລັດຖະມົນຕີຮ່ວາງ​ຈຸ​ງຫາຍ ​ໃຫ້​ຮູ້​ວ່າ:

   “ຜ່ານ​ການ​ປຶກສາ​ຫາລື, ສູນ​ກາງ​ໄດ້​ເຫັນ​ວ່າ: ບັນດາ​ກຳມະສິດ​ທີ່​ດິນ​ແມ່ນ​ບັນຫາ​ສຳຄັນ​ຍິ່ງ ​ແລະ ມີ​ການ​ກ່ຽວຂ້ອງ​ເຖິງ​ປະຫວັດສາດ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ການ​ປະຕິບັດ​ກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ​ໂດຍ​ລັດ​ເປັນ​ຜູ້ຕາງໜ້າ ​ໄດ້​ຮັບປະກັນ​ໃຫ້​ລັດ​ເປັນ​ເຈົ້​າການ​ໃນ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນ​ທີ່​ດິນ​ຮັບ​ໃຊ້​ໃຫ້​ແກ່​ຈຸດໝາຍ​ພັດທະນ​ເສດຖະກິດ ​ແລະ ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ຜູ້ນຳ​ໃຊ້​ທີ່​ດິນ​ໄດ້​ມອບສິດ​ນຳ​ໃຊ້​ທີ່​ດິນ ​ແລະ ລັດ​ຮັບປະກັນ​ການ​ປະຕິບັດ​ບັນດາ​ສິດ​ດັ່ງກ່າວ

 

ຂ່າວ/ບົດ​ອື່ນ