ກອງປະຊຸມນັກ ວິທະຍາສາດໜຸ່ມ ໃນຂົງເຂດ ວິທະຍາສາດ ແລະ ເຕັກໂນໂລຢີ
ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກວິທະຍາສາດໜຸ່ມເປັນຈຳນວນຫຼວງຫຼາຍ ( ພາບ : Internet)
|
Vovworld- ຕອນເຊົ້າວັນທີ 3/11 ຢູ່ຮ່າໂນ້ຍ, ມະຫາວິທະຍາໄລວິທະຍາສາດທຳມະຊາດສັງກັດມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຈັດກອງປະຊຸມບັນດານັກວິທະຍາສາດໜຸ່ມໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີຄັ້ງທີ່ 2. ນີ້ແມ່ນໂອກາດເພື່ອໃຫ້ບັນດາພະນັກງານໜຸ່ມຢູ່ ມະຫາວິທະຍາໄລຕ່າງໆ ແລະ ບັນດາ ຫົວໜ່ວຍຄົ້ນຄ້ວາຫວຽດນາມໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຮ່ວມມືໃນຂົງເຂດຄົ້ນຄ້ວາ ວິທະຍາສາດ, ປະກອບສ່ວນຊຸກຍູ້ການ ພັດທະນາ ດ້ານວິທະຍາສາດ, ເຕັກໂນໂລຢີຂອງຫວຽດນາມໃນອະນາຄົດ. ທີ່ກອງປະຊຸມຄັ້ງນີ້, ຄະນະຈັດຕັ້ງໄດ້ຮັບກ່ວາ 270 ກິດຈະກຳວິທະຍາສາດຂອງບັນດານັດວິທະຍາສາດໜຸ່ມຊຶ່ງໄດ້ສຸມໃສ່ຄົ້ນຄ້ວາໃນຫຼາຍຂົງເຂດ. ທ່ານ Nguyen Anh Tuan ສັງກັດ ມະຫາວິທະຍາໄລວິທະຍາສາດທຳມະຊາດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໃຫ້ຮູ້ວ່າ :
“ ກອງປະຊຸມນັກວິທະຍາສາດໜຸ່ມນີ້ແມ່ນກອງປະຊຸມທີ່ມີປະໂຫຍດ, ຊ່ວຍບັນດານັກວິທະຍາສາດໜຸ່ມແລກປ່ຽນບົດຮຽນ. ຂ້າພະເຈົ້າເຫັນວ່າກອງປະຊຸມໄດ້ດຶງດູດນັກວິທະຍາສາດໜຸ່ມຫຼາຍຄົນໃນປະເທດເຂົ້າຮ່ວມດ້ວຍບັນດາຫົວເລື່ອງອຸດົມສົມບູນ, ມີຫຼາຍຮູບຫຼາຍແບບ. ໃນເບື້ອງຕົ້ນອາດຈະບໍ່ທັນມີການໝູນໃຊ້ເຂົ້າຕົວຈິງ ແຕ່ກໍ່ແມ່ນບາດກ້າວເຊື່ອມຕໍ່ເພື່ອມີການຮ່ວມສຳພັນເພື່ອເຮັດບັນດາຫົວເລື່ອງທີ່ນຳເຂົ້າຕົວຈິງ ”