(vovworld) – ວັນທີ 20/4, ກອງປະຊຸມບັນດາເພື່ອນມິດຂອງ ຊີຣີ ຖືກໄຂຂຶ້ນຢູ່ນະຄອນຫຼວງ Istanbul, ປະເທດ ຕວັກກີ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 11 ປະເທດ ເຊິ່ງລວມມີ: ອາເມລິກາ, ບາງປະເທດ ເອີລົບ ແລະ ອາຣັບ. ກ່າວຄຳເຫັນທີ່ກອງປະຊຸມ, ສະມາຊິກຄົນໜຶ່ງຂອງຝ່າຍຄ້ານ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະແມ່ນບາດລ້ຽວໃຫຍ່ຊ່ວຍຢຸດຕິວິກິດການທີ່ແກ່ຍາວເປັນເວລາ 2 ປີຜ່ານມາຢູ່ ຊີຣີ. ເນື້ອໃນຕົ້ນຕໍ່ຂອງກອງປະຊຸມນີ້ ແມ່ນເຫັນດີກັບຂໍ້ຕົກລົງກ່ຽວກັບການປະກອບອາວຸດໃຫ້ແກ່ກຳລັງຝ່າຍຄ້ານ ຢູ່ ຊີຣີ.
ວັນທີ 19/4, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Lakhdar Brahimi ກໍ່ໃຫ້ຮູ້ວ່າ: ພວມມານະພະຍາຍາມພົບປະເຈລະຈາກັບບັນດາຝ່າຍຢູ່ ຊີຣີ, ທາບທາມຄວາມເຫັນກັບບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ, ພິເສດແມ່ນລັດເຊຍ ແລະ ອາເມລິກາ ເພື່ອຊອກຫາມາດຕະການທີ່ເໝາະສົມໃຫ້ວິກິດການຢູ່ ຊີຣີ.