(vovworld) - ຕອນເຊົ້າວັນທີ 14/4, ຢູ່ນະຄອນ ຕູຍຮ່ວາ, ແຂວງຟູ໋ອຽນ, ຄະນະເລຂາສູນກາງພັກໄດ້ຈັດຕັ້ງກອງປະຊຸມບັນດາແຂວງຢູ່ເຂດແຄມທະເລພາກກາງຫວຽດນາມຜັນຂະຫຍາຍການປະບັດຄຳສັ່ງ 03 ປີ 2012 ຂອງກົມການເມືອງ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ. ທ່ານ Dinh The Huynh ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ.
(ພາບ: phuyen.com.vn)
ຢູ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດປະກອບຄວາມເຫັນກ່ຽວກັບວິທີປະຕິບັດທີ່ດີ, ຮູບແບບໃໝ່ໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ. ທ່ານ Phan Cong Tuyen, ຫົວໜ້າຄະນະໂຄສະນາສຶກສາ ອົງຄະນະພັກແຂວງເທື່ອທຽນເຫ໋ວ ໃຫ້ຮູ້ວ່າ:
”ໃນວິວັດແຫ່ງການປະຕິບັດຄຳສັ່ງ 03 ຕ້ອງມີການກະທຳຢ່າງລະອຽດ. ຕ້ອງເຮັດໃຫ້ໜ້າທີ່ການເມືອງປະກົດຜົນເປັນຈິງ, ດັ່ງນັ້ນ, ຢູ່ບັນດາຕາແສງ, ສະມາຄົມນັກຮົບເກົ່າຂອງແຕ່ລະທ້ອງຖີ່ນ ລ້ວນແຕ່ມີປັດໃຈໃໝ່, ແບບຢ່າງທີ່ດີເດັ່ນໃໝ່ ”.
ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ Dinh The Huynh ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ສະເໜີໃຫ້ອົງຄະນະພັກທຸກຂັ້ນຄວນຮັບຮູ້ແຜນນະໂຍບາຍຂອງກົມການເມືອງຢ່າງເລິກເຊິ່ງ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ.
”ຕ້ອງສຸມໃສ່ຊີ້ນຳ, ຖືການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ແມ່ນວຽກງານປະຈຳ, ມີຄວາມສຳຄັນ ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງອົງການ, ຫົວໜ່ວຍ, ພະນັກງານ, ສະມາຊິກພັກແຕ່ລະຄົນ ກໍ່ຄືຂອງປະຊາຊົນ. ປະຕິບັດໜ້າທີ່ການເມືອງ, ພັດທະນາເສດຖະກິດສັງຄົມຢູ່ທ້ອງຖີ່ນ, ຕ້ອງຕິດພັນກັບການຊາບຊືມ ຜັນຂະຫຍາຍການປະຕິບັດມະຕິສູນກາງ 4, ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນສະພາບການປະຈຸບັນ.”