ກອງປະຊຸມປຶກສາຫາລືເຫັນການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 11

(VOVWORLD) - ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ນັບແຕ່ເມື່ອການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການສ້າງຕັ້ງເມື່ອປີ 2013...
ກອງປະຊຸມປຶກສາຫາລືເຫັນການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 11 - ảnh 1 ທ່ານ Chee Wee Kiong ແລະ ທ່ານ ເລຮ່ວາຍຈູງ

ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດ 2 ປະເທດ, ວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງດິ່ງກູ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Chee Wee Kiong, ເລຂາຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ ເປັນປະທານຮ່ວມກອງປະຊຸມຄັ້ງທີ 11 ປຶກສາຫາລືການເມືອງລະຫວ່າງ 2 ປະເທດ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ນັບແຕ່ເມື່ອການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບການສ້າງຕັ້ງເມື່ອປີ 2013, ການພົວພັນ ຫວຽດນາມ - ສິງກະໂປ ໄດ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນຫຼາຍຂົງເຂດຢ່າງແທດຈິງຈາກດ້ານການເມືອງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພົວພັນແລກປ່ຽນປະຊາຊົນ. ທ່ານຮອງລັດຖະມົນຕີ ດັ້ງດິ່ງກູ໋ຍ ແລະ ທ່ານເລຂາຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ຢັ້ງຢືນວ່າ: 2 ປະເທດສືບຕໍ່ຮັກສາການພົວພັນດ້ານການເມືອງທີ່ໜ້າໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ ເປັນພື້ນຖານຊຸກຍູ້ບັນດາຂົງເຂດຮ່ວມມືອື່ນໆ; ສົມທົບກັນດຳເນີນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. 2 ຝ່າຍເນັ້ນໜັກຄວນສ້າງບາງຈຸດເດັ່ນໃໝ່ໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ການສຶກສາ…

ກອງປະຊຸມປຶກສາຫາລືເຫັນການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 11 - ảnh 2ການປຶກສາຫາລື ລະຫວ່າງ 2 ຝ່າຍ

2 ຝ່າຍເຫັນດີເປັນເອກະພາບກັນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນ ອາຊຽນ. 2 ຝ່າຍເຫັນດີ ວ່າ ອາຊຽນ ຄວນຍົກສູງຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ່ຽວກັບທຸກໆດ້ານ ໂດຍອີງໃສ່ພື້ນຖານແມ່ນບັນດາຫຼັກການ, ຄຳໝັ້ນສັນຍາຮ່ວມຂອງ ອາຊຽນ, ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງສະຫະສະມາຄົມໃນບັນດາບັນຫາຍຸດທະສາດຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ