ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ
|
(vovworld)- ໃນກອງປະຊຸມປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 13/10 ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບບັນດາບັນຫາຊື່ສື່ມວນຊົນມີຄວາມສົນໃຈ.
ເມື່ອຕອບຄຳຖາມກ່ຽວກັບເລື່ອງ ສື່ມວນຊົນຈີນ ໄດ້ອອກຂ່າວວ່າ: ໂຮງງານໄຟຟ້ານິວເຄຼຍ 3 ແຫ່ງຂອງຈີນ ໄດ້ເລີ່ມເຂົ້າເຄື່ອນໄຫວ ແລະ ມໍ່ກັບເສັ້ນຊາຍແດນຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໃຫ້ຮຸູ້ວ່າ: ຫວຽດນາມ ຖືວ່າ ເລື່ອງບັນດາປະເທດກໍ່ສ້າງ ແລະ ນຳໂຮງງານໄຟຟ້ານິວເຄຼຍ ເຂົ້າເຄື່ອນໄຫວ ຕ້ອງຮັບປະກັນ ແລະ ເຄົາລົບສົນທິສັນຍາ ຄວາມປອດໄພນິວເຄຼຍ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງອົງການພະລັງງານປະລະມານູສາກົນ (IAEA) ຮັບປະກັນບໍ່ກໍ່ຜົນສະທ້ອນເຖິງຄວາມປອດໄພດ້ານສິ່ງແວດລ້ອມຂອງບັນດາປະເທດບ້ານໃກ້ຄຽງ. ຫວຽດນາມ ຈະເຫນີ ຝ່າຍຈີນ ພ້ອມກັບຫວຽດນາມ ສ້າງກົນໄກແລກປ່ຽນຂໍ້ມູນຂ່າວເປັນປະຈຳກ່ຽວກັບບັນດາໂຄງການໄຟຟ້ານິວເຄຼຍນີ້ໂດຍໄວ.
ຕໍ່ຫນ້າເລື່ອງ ຫວ່າງແລ້ວນີ້ ສື່ມວນຊົນ ລັດເຊຍໃຫ້ຮູ້ວ່າ: ລັດເຊຍ ພວມຄິດໄລ່ຊັ່ງຊາເລື່ອງກັບຄືນ ກາມແຣງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ຊີ້ແຈ້ງວ່າ: ຫວຽດນາມ ຮັກສານະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ການພົວພັນກັບສາກົນເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ ແລະ ເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວາງ. ທ່ານເລຫາຍບີງ ເນັ້ນຫນັກວ່າ: ແຜນນະໂຍບາຍຂອງຫວຽດນາມ ບໍ່ມີການສຳພັນທະມິດການທະຫານ, ບໍ່ສຳພັນທະມິດກັບປະເທດໃດເພື່ອຕ້ານຄືນປະເທດທີ 3 ແລະ ບໍ່ປະໃຫ້ປະເທດໃດຕັ້ງຖານທີ່ໝັ້ນການທະຫານຢູ່ຫວຽດນາມ.