(vovworld) - ທີ່ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ, ເຊິ່ງຖືກດຳເນີນໃນວັນທີ 29/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ການເຕີບໂຕດ້ານເສດຖະກິດໄຕມາດທີ 3 ພຽງບັນລຸ 5,93%. ນີ້ແມ່ນສິ່ງທ້າທາຍໃຫຍ່ສຳລັບຄາດໝາຍເຕີບໂຕ 6,3 ຫາ 6,5% ຂອງທັງປີ. ເຖິງຢ່າງໃດກໍ່ຕາມ, ດ້ວຍຈິດໃຈຕັດສິນໃຈບັນລຸລະດັບເຕີບໂຕດັ່ງກ່າວໃຫ້ໄດ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາສະມາຊິກລັດຖະບານ ສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂເພື່ອໃຫ້ໄຕມາດທີ 4 ປີ 2016 ບັນລຸການເຕີບໂຕແຕ່ 7,1 ຫາ 7,3%.
“ຕົວເລກການເຕີບໂຕກ່ຽວຂ້ອງເຖິງບັນດາຄາດໝາຍອື່ນ, ໂດຍສະເພາະແມ່ນບັນຫາໜີ້ສາທາລະນະ ຖ້າຫາກພວກເຮົາບໍ່ບັນລຸໄດ້ຕົວເລກກ່ຽວກັບການເຕີບໂຕຢ່າງສຸດຂີນ. ສະນັ້ນ, ສະເໜີໃຫ້ບັນດາກະຊວງ, ຂະແໜງການ ຕ້ອງປຶກສາຫາລືຢ່າງເລິກເຊິ່ງກວ່າ, ລະອຽດກວ່າ ເພື່ອມີມາດຕະການແກ້ໄຂ ຮັບປະກັນບັນລຸການເຕີບໂຕທີ່ໄດ້ວາງອອກ ແມ່ນແຕ່ 6,3 ຫາ 6,5% ໃຫ້ທັງປີ. ໃນນັ້ນມີມາດຕະການປ່ອຍເງິນລົງທຶນ”.
ກ່ຽວກັບຈຸດໝາຍໄພເງິນເຟີ້ຂອງທັງປີ ບໍ່ເກີນ 5%, ທ່ານນາຍົກລັດຖະມົນຕີຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ຕ້ອງມີມາດຕະການຄວບຄຸມ, ບໍ່ປະໃຫ້ເກີດໄພເງິນເຟີ້ເພີ່ມຂຶ້ນລື່ນກາຍຄາດໝາຍທີ່ສະພາແຫ່ງຊາດມອບໝາຍໃຫ້, ຮັບປະກັນມະຫາພາກ.
ກ່ຽວກັບໝາກຜົນປະຕິບັດບັນດາໜ້າທີ່ໃນເດືອນ 10, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ, ລັດຖະບານໄດ້ຈັດຕັ້ງເຫດການທາງການທູດໃຫຍ່ກວ່າໝູ່ໃນປີຢ່າງສຳເລັດ ນັ້ນແມ່ນ 3 ກອງປະຊຸມສາກົນຄື: ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບພາກພື້ນແມ່ນ້ຳຂອງ, ກອງປະຊຸມສຸດຍອດຮ່ວມມືກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຮ່ວມມືກຳປູເຈຍ - ອາເຢຢາວາດີ - ເຈົ້າພະຍາ - ແມ່ຂອງ ຄັ້ງທີ 7. ດ້ວຍບັນດາຄວາມມານະພະຍາຍາມໃນວຽກງານຈັດຕັ້ງ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດໃນພາກພື້ນ ແລະ ສາກົນ, ສ້າງຄວາມປະທັບໃຈສຳລັບບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມ, ໂດຍສະເພາະແມ່ນບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນວິວັດການຈັດຕັ້ງບັນດາກອງປະຊຸມ. ທ່ານນາຍົກລັດຖະມົນຕີຖືວ່າ, ນີ້ແມ່ນບັນດາບົດຮຽນທີ່ດີເພື່ອໃຫ້ຫວຽດນາມ ຈັດຕັ້ງກອງປະຊຸມ APEC 2017 ເປັນຢ່າງດີ.