ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າປີ 2013
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: baocongthuong.com.vn)
(vovworld) - ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າປີ 2013 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18/12 ຢູ່ຮາໂນ້ຍ, ໂດຍກະຊວງອຸດສາຫະກຳການຄ້າຈັດຕັ້ງ, ໄດ້ດຶງດູດການເຂົ້າຮ່ວມຂອງບັນດາຜູ້ທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳຕ່າງປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຮັບຮູ້ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງຂະແໜງອຸດສາຫະກຳການຄ້າເວົ້າລວມ ແລະ ບັນດາເອກອັກຄະລັດຖະທູດ, ຜູ້ທີ່ປຶກສາດ້ານການຄ້າເວົ້າສະເພາະ ໃນການພັດທະນາເສດຖະກິດຂອງປະເທດໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ.
“ປະຈຸບັນ, ພວກເຮົາພວມມີ 55 ອົງການການຄ້າປະຈຳຕ່າງປະເທດ, ດ້ວຍ 122 ຄົນ. ບັນດາຜູ້ທີ່ປຶກສາດ້ານການຄ້າ ຕ້ອງແມ່ນຜູ້ໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ລັດຖະບານ, ກອນອື່ນໝົດແມ່ນກະຊວງອຸດສາຫະກຳການຄ້າ. ລະຫວ່າງບັນດາກະຊວງ, ຂະແໜງການ, ທ່ອງຖິ່ນຢູ່ພາຍໃນປະເທດກໍ່ຕ້ອງມີການສົມທົບກັນ. ຂ້າພະເຈົ້າຫວັງວ່າ, ຂະແໜງອຸດສາຫະກຳການຄ້າເວົ້າລວມ ແລະ ບັນດາຜູ້ທີ່ປຶກສາດ້ານການຄ້າເວົ້າສະເພາະ ປະຕິບັດສຳເລັດວຽກງານຂອງຕົນ, ບໍ່ພຽງແຕ່ແມ່ນຜູ້ທີ່ຕາງໜ້າຂອງອົງການການຄ້າ, ວິສາຫະກິດຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງແມ່ນຜູ້ເຜີຍແຜ່ກ່ຽວກັບພາບພົດ, ຄວາມຕັດສິນໃຈນຳປະເທດຫວຽດນາມ ກ້າວຂຶ້ນຢ່າງແທດຈິງອີກດ້ວຍ”.