ກອງປະຊຸມຜັນຂະຫຍາຍມະຕິກ່ຽວກັບການປັບປຸງສະພາບແວດລ້ອມ
ແຫ່ງການດຳເນີນທຸລະກິດ ແລະ ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 10/03 ຢູ່ ຮ່າໂນ້ຍ, ຫ້ອງວ່າການລັດຖະບານສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປະທານສະພາແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງເປັນປະທານກອງປະຊຸມ.
ນີ້ແມ່ນຄັ້ງທີ 4 ໃນຮອບ 4 ປີລຽນຕິດ ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ, ສະແດງໃຫ້ເຫັນຄວາມມານະພະຍາຍາມປະຕິບັດບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ ເຊິ່ງຈຸດສຸມແມ່ນການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ເພື່ອບັນລຸໄດ້ຄາດໝາຍຂອງມະຕິ, ປອ ຫງວຽນດິງກຸງ ຫົວໜ້າສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງຖືວ່າ:
“ຄວນມີການກະທຳຢ່າງເດັດດ່ຽວໃນຫລາຍດ້ານ ສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ພາຍໃຕ້ການຊີ້ນຳຢ່າງຂ້ຽວຂາດ, ໃກ້ຊິດຂອງນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ຄວາມເປັນເຈົ້າການເຂົ້າຮ່ວມຂອງຜູ້ນຳ, ກ່ອນອື່ນໝົດແມ່ນລັດຖະມົນຕີຂອງບັນດາກະຊວງ ແລະ ຮຽກຮ້ອງຄວາມຮັບຜິດຊອບອະພິປາຍສຳລັບເຂົາເຈົ້າ ເພື່ອບັນລຸໄດ້ໝາກຜົນຕາມອັນດັບຄຸນ, ຕາມຈິດໃຈລັດຖະບານກໍ່ສ້າງ, ລັດຖະບານບໍລິສຸດ, ລັດຖະບານກະທຳ ແລະ ຮັບໃຊ້ປະຊາຊົນ ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງສາມາດສຳເລັດຜົນໄດ້.”