(vovworld) - ວັນທີ 11/07, ຢູ່ຮ່າຢາງ, ຄະນະຊີ້ນຳເຂດຕາເວັນຕົກສຽງເໜືອຂອງຫວຽດນາມ ໄດ້ຈັດກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2013. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ເຂດຕາເວັນຕົກສຽງເໜືອຂອງຫວຽດນາມ ແມ່ນເຂດດິນແດນທີ່ມີຄວາມສາມາດບົນຊ້ອນຫຼາຍຢ່າງ ດ້ວຍຊັບພະຍາກອນທຳມະຊາດທີ່ອຸດົມສົມບຸນ, ຫຼາຍຮູ້ບຫຼາຍແບບ ທັງແມ່ນສະຖານທີ່ຍຸດທະສາດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເສດຖະກິດສັງຄົມຂອງປະເທດຊາດ. ເພື່ອປະຕິບັດບັນດາຄາດໝາຍພັດທະນາປີ 2013 ຢ່າງມີໄຊ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາແຂວງໃນເຂດຕາເວັນຕົກສຽງເໜືອຂອງຫວຽດນາມ ຕ້ອງຍູ້ແຮງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ; ຍູ້ແຮງການເຊື່ອມຕໍ່ເຂດ, ພາກ; ລະດົມທັງລະບົບການເມືອງເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບການສຶກສາ ບຳລຸງສ້າງ, ກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນເຂດຫ່າງໄກຊອກຫຼີກ, ກ້າວໄປເຖິງການຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ, ກຳນົດບັນດາໂຄງການ, ກິດຈະກຳຈຸດສຸມໃຫ້ບຸລິມະສິດແຫຼ່ງເງິນລົງທຶນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາແຂວງເຂດຕາເວັນຕົກສຽງເໜືອເພື່ອພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກຊີ້ແຈ້ງວ່າ:
“ທີ່ໜຶ່ງແມ່ນຕ້ອງຫຼຸດຜ່ອນຄວາມທຸກຍາກໃຫ້ດີກວ່າອີກ ພິເສດແມ່ນບໍ່ປະໃຫ້ປະຊາຊົນຖືກອຶດຫີວ. ທີສອງແມ່ນຕ້ອງຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຕ້ອງໃກ້ຊິດກັບປະຊາຊົນ, ກັບຮາກຖານກວ່າອີກ. ອົງຄະນະພັກ, ຄະນະກຳມະການປະຊາຊົນທ້ອງຖີ່ນບໍ່ໄດ້ປະໃຫ້ເກີດສະພາບຂາດຄວາມສາມັກຄີລະຫວ່າງຊົນຊາດອ້າຍນ້ອງໃນແຂວງ. ການພົວພັນສາກົນຕ້ອງໄດ້ຮັບການຍູ້ແຮງກວ່າ, ທ່າແຮງຂອງເຂດຕາເວັນຕົກສຽງເໜືອ ແມ່ນຕ້ອງພັດທະນາທ່າແຮງຂອງຕົນ ແລະຍູ້ແຮງການຜະລິດປູງແຕ່ງ, ສືບຕໍ່ຍົກສູງແຫຼ່ງຊັບພະຍາກອນມະນຸດ ດ້ວຍມາດຕະການ, ນະໂຍບາຍລະອຽດສຳລັບຕາແສງ, ປະຊາຊົນ ພິເສດແມ່ນພະນັກງານທຸກຂັ້ນ“