ກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດອາຊຽນຄັ້ງທີ9

ກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດອາຊຽນຄັ້ງທີ9 - ảnh 1
ກອງປະຊຸມຜູ້ບັນຊາການກອງທັບເຮືອ
ບັນດາປະເທດອາຊຽນຄັ້ງທີ 9
(ພາບ: thanhnien.com.vn)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 19 – 22/08, ພົນ​ເຮືອ​​ໂທ ຟ້າ​ມຮ່ວາຍ​ນາມ, ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ ​ໄດ້​ນ​ຳໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂ​ົ້າຮ່ວມກອງ​ປະຊຸມ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 9, ​ໂດຍ​ກອງທັບ​ເຮືອ​ມຽນມາ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ຢູ່​ນະຄອນ​ຫຼວງ​ຂອງ​ປະ​ເທດ​ນີ້. ທີ່​ອງປະຊຸມ, ພົນ​ເຮືອ​​ໂທ ປະ​ເທດຕ່າງໆ ​ໄດ້​​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ຫົວ​ຂໍ້ “​ເພີ່ມ​ທະ​ວີ​ການ​ຮ່ວມ​ກຳລັງ​ກອງ​ທັບເຮືອ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ຄວາມ​ປອດ​ໄພ​ທາງ​ທະ​ເລຢູ່​ພາ​ກພື້ນ” ​ແລະ ປຶກສາ​ຫາລື, ຮັບ​ຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ, ກຳນົດ​ທິດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ ຄື: ກົດ​ລະບຽບ​ໜູນ​ຊ່ວຍ​ມະນຸດ​ສະ​ທຳ ​ແລະ ກູ້​ໄພ​ກູ້​ຊີບ​ໄພພິບັດ​ຂອງ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ; ກົດ​ລະບຽບ​ຊ້ອມ​ຮົບ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ; ລາດ​ຕາ​ເວນ​ລວມຕ້ານ​ປຸນ​ສະດົມ​ທາງ​ທະ​ເລ ​ແລະ ​​ໂຈນ​ສະ​ລັກ​ປະກອບ​ອາວຸດ… ກ່ອນ​ທີ່​ກຳ​ເນີນ​ກອງ​ປະຊຸມ, ຜູ້​ບັນຊາ​ການ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ 2 ຝ່າ​ຍ. ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ ຟ້າ​ມຮ່ວາຍ​ນາມ ​ໄດ້​ພົບ​ປະ ​ແລະ ​ແລກປ່ຽນ​ບາງ​ເນື້ອ​ໃນ​ສຳຄັນ​ກັບຜູ້​ບັນຊາ​ການ​ກອງທັບ​ເຮືອບັນດາ​ປະ​ເທດ​ຄື: ມຽນມາ, ບຣຸ​ໄນ, ກຳປູ​ເຈຍ, ມາ​ເລ​ເຊຍ, ຟີ​ລິບ​ປີນ, ສິງ​ຄະ​ໂປ ​ແລະ ​ໄທ.

ຂ່າວ/ບົດ​ອື່ນ