ພາບປະກອບ
|
(vovworld) – ທີ່ກອງປະຊຸມຜູ້ລາຍງານບັນດາແຂວງ, ນະຄອນ, ບັນດາອົງຄະນະພັກ ຂຶ້ນກັບສູນກາງ ເດືອນ 5/2015 ຖືກຈັດຕັ້ງໃນຕອນເຊົ້າວັນທີ 12/5, ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຮັບຟັງ 4 ຫົວເລື່ອງກ່ຽວກັບສະຖານະການທີ່ພວມໄດ້ຮັບຄວາມເອົາໃຈໃສ່ໃນປະຈຸບັນ. ນັ້ນແມ່ນກອງປະຊຸມໃຫຍ່ພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ໝາກຜົນແຫ່ງການປະຕິບັດແຜນຮ່າງສ້າງໂຄງປະກອບເສດຖະກິດກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່, ບັນດາຈຸດໃໝ່ຂອງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ບາງໜ້າທີ່, ມາດຕະການເພື່ອນຳກົດໝາຍວ່າດ້ວຍການປະກັນສັງຄົມກ້າວເຂົ້າສູ່ຊີວິດ ແລະ ການພົວພັນການຕ່າງປະເທດຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້. ດ້ວຍບັນດາເນື້ອໃນດັ່ງກ່າວ, ຜູ້ຕາງໜ້າຂອງຄະນະໂຄສະນາສູນກາງສະເໜີວ່າ: ຄຽງຂ້າງເລື່ອງຍູ້ແຮງການໂຄສະນາເຜີຍແຜ່ຊຸກຍູ້ຂະບວນການກໍ່ສ້າງຊົນນະບົດໃໝ່, ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນ ຄວນສືບຕໍ່ຄົ້ນຄວ້າເພີ່ມເຕີມ, ປັບປຸງບັນດາມາດຖານຊົນນະບົດໃໝ່ ເຮັດແນວໃດໃຫ້ເໝາະສົມກັບມາດຖານຂອງປະເທດອຸດສາຫະກຳຕາມທິດທັນສະໄໝ. ພິເສດ ໃນວຽກງານໂຄສະນາເຜີຍແຜ່ໃຫ້ກອງປະຊຸມໃຫຍ່ພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ, ຕ້ອງໃກ້ຊິດຕິດແທດກັບແຜນການ, ການແນະນຳຂອງຄະນະໂຄສະນາສູນກາງ ແລະ ອົງການກ່ຽວຂ້ອງຕ່າງໆ.