ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ
ພາບ:internet
|
(vovworld) – ຕອນເຊົ້າວັນທີ 10/4, ຄະນະປະຈຳສະພາແຫ່ງຊາດຈັດຕັ້ງກອງປະຊຸມຜູ້ແທນສະເພາະກິດປຶກສາຫາລືກ່ຽວກັບຮ່າງກົດໝາຍ 3 ສະບັບ ນັ້ນແມ່ນ ກົດໝາຍວ່າດ້ວຍການທະບຽນສານ(ສະບັບປັບປຸງ), ກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດເຊີ່ງຄາດວ່າຈະໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນຄັ້ງທີ 7, ສະພາແຫ່ງຊາດຊຸດທີ 13 ຈະມາເຖີງ. ກ່າວຄຳເຫັນທີ່ການໄຂກອງປະຊຸມ, ທ່ານ ຫງວຽນຊິງຮຸ່ງ, ປະທານສະພາແຫ່ງຊາດເນັ້ນໜັກວ່າກອງປະຊຸມຜູ້ແທນສະເພາະກິດແມ່ນກອງປະຊຸມທີ່ສຳຄັນເພື່ອແນໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍ 3 ສະບັບທີ່ມີຄວາມໝາຍ ແລະ ກະທົບຕໍ່ຫຼາຍດ້ານຂອງເສດຖະກິດສັງຄົມ, ກໍ່ຄືໄດ້ຮັບຄວາມສົນໃຈຈາກຜູ້ມິສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ. ບັນດາຮ່າງກົດໝາຍດັ່ງກ່າວໄດ້ນຳສະເໜີຢູ່ກອງປະຊຸມສະໄໝສາມັນຄັ້ງທີ 6, ສະພາແຫ່ງຊາດຊຸດທີ 13 ແລ້ວ. ທ່ານປະທານສະພາແຫ່ງຊາດຢືນຢັນວ່າກອງປະຊຸມຄັ້ງນີ້ມີລັກສະນະລົງເລີກເພື່ອແນໃສ່ເສີມຂະຫຍາຍບົດບາດຂອງບັນດາສະມາຊິກສະພາແຫ່ງຊາດສະເພາະກິດໃນການປະຕິບັດພາລະບັດບາດ, ໜ້າທີ່, ສິດອຳນາດຂອງຕົນເພື່ອປະກອບສ່ວນຍົກສູງຄຸນນະພາບບັນດາຮ່າງກົດໝາຍ ແລະ ຄຸນນະພາບຂອງກອງປະຊຸມສະໄໝສາມັນສະພາແຫ່ງຊາດກວ່າອີກ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດ, ຜູ້ແທນຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນທີ່ຖືກຕ້ອງຊັດເຈນເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.