(vovworld) - ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ຄູ່ເຈລະຈາ ເຊິ່ງຈັດຂຶ້ນຢູ່ ກຳປູເຈຍ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ລ້ວນແຕ່ເຫັນດີເປັນເອກະພາບກັນຈະສືບຕໍ່ປະຕິບັດບັນດາໂຄງການຮ່ວມມື, ແຜນການເຄື່ອນໄຫວລະຫວ່າງ ອາຊຽນ ກັບແຕ່ລະປະເທດໃນໄລຍະ 2012 – 2015, ຍູ້ແຮງວຽກງານເຈລະຈາການຄ້າ, ການລົງທຶນກັບບັນດາປະເທດຄູ່ເຈລະຈາ ຢ່າງມີປະສິດທິຜົນ. ພ້ອມທັງ ເພີ່ມທະວີການຮ່ວມມືລະຫວ່າງຝ່າຍຕ່າງໆໃນຂົງເຂດການສຶກສາ, ການຄ້າ, ກະສິກຳ, ວິທະຍາສາດເຕັກນິກ, ພະລັງງານ, ຄວບຄຸມໄພພິບັດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອາດຊະຍາກຳຂ້າມຊາດ... ເຊິ່ງແຕ່ລະປະເທດມີທ່າແຮງ.
ກ່ຽວກັບທະເລຕາເວັນອອກ, ລັດຖະມົນຕີຫຼາຍທ່ານ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບການຜັນແປໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນການເດີນທະເລຢູ່ພາກພື້ນ, ພ້ອມທັງເນັ້ນໜັກແກ້ໄຂການພິພາດກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (ຫຼື UNCLOS) ແລະ ຈິດໃຈຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (ຫຼື DOC), ສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (ຫຼື COC) ໂດຍໄວ ເພື່ອແນໃສ່ຮັບປະກັນ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ.