(vovword) - ວັນທີ 11/7 ຢູ່ນະຄອນຫລວງພະນົມເປັນ ປະເທດ ກຳປູເຈຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 1 ກັບເຈົ້າຫນ້າທີ່ມາ ຈາກ 10 ປະເທດ ຄູ່ເຈລະຈາຂອງ ອາຊຽນ ຊຶ່ງລວມມີ: ອົດສະຕາລີ, ການາດາ, ຈີນ, ສະຫະພາບເອີລົບ, ອິນເດຍ, ຍີປຸ່ນ, ນິວເຊີແລນ, ສເກົາຫລີ, ລັດເຊຍ ແລະ ອາເມລິກາ. ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ນຳຫນ້າຄະນະຜູ້ແທນການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ ສະເຫນີວ່າ: ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ຖືກກັບກຳນົດເວລາ ກໍຄືຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຄື: ເສດຖະກິດ, ການຄ້າ, ການລົງທຶນ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ເທັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດເຕັກນິກ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນ ແລະ ບັນດາບັນຫາອາດຊະຍາກຳຂ້າມຊາດ. ຕາມທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ບັນດາປະເທດຄູ່ເຈລະຈາຄວນສືບຕໍ່ສະຫນັບສະຫນູນ ແລະ ມີການປະກອບສ່ວນລະອຽດເຂົ້າໃນຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ, ການຮ່ວມສຳພັນ ແລະ ເຊື່ອມຈອດພາກພື້ນ, ຮັດແຄບຊ່ອງຫວ່າງການພັດທະນາ, ພັດທະນາອະນຸພາກພື້ນ, ໃນນັ້ນ ມີອະນຸພາກພື້ນແມ່ນ້ຳຂອງ ກໍຄືສະຫນັບສະຫນູນບົດບາດໃຈກາງຂອງ ອາຊຽນ ຢູ່ ບັນດາຂອບເຂດຂອງເວທີປາໄສພາກພື້ນ ຄື: ອາຊຽນ +1, ອາຊຽນ +3, EAS, ARF, ADMM+
ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ຈີນ
ພາບ:ktdt.com.vn
|
ດ້ວຍບົດບາດເປັນປະເທດປະສານງານການພົວພັນ ລະຫວ່າງ ອາຊຽນ - ຈີນ, ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານ ຢາງເຈ້ຍຊື້ ລັດຖະມົນຕີການຕ່າງປະເທດຈີນ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ຈີນ. ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ຕັ້ງຫນ້າປະກອບສ່ວນເຂົ້າໃນການພົວພັນຄູ່ເຈລະຈາຍຸດທະສາດ ອາຊຽນ ຈີນ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ.
ທີ່ກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບຄູ່ເຈລະຈາ, ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນຫນັກວ່າ: ບັນດາຫລັກການກ່ຽວກັບການເຄົາລົບອະທິປະໄຕ ແລະ ສິດຕັດສິນດ້ວຍຕົນເອງຂອງບັນດາປະເທດແຄມທະເລສຳລັບເຂດເສດຖະກິດພິເສດ ແລະ ໄຫລ່ທະວີບ ຕ້ອງໄດ້ຮັບການປະຕິບັດຕາມການກຳນົດຂອງສົນທິສັນບາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ແກ້ໄຂການພິພາດໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ເນື້ອໃນຈິດໃຈຂອງຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC)ໂດຍໄວ.
ທີ່ການປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ, ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຮັບບົດບາດເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ ແລະ ອີຢູ ໄລຍະ 7/2012 -7/2015 ຢ່າງເປັນທາງການ. ທີ່ການເຈລະຈາກັບທ່ານ ຢ່າງເຈ້ຍຊື້ ລັດຖະມົນຕີການຕ່າງປະເທດ ຈີນ, ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຄູ່ເຈລະຈາ ຄູ່ຮ່ວມມືຮອບດ້ານ ຫວຽດນາມ ຈີນ ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສອງປະເທດ, ພິເສດ ແມ່ນເພີ່ມທະວີການແລກປ່ຽນ ແລະ ພົບປະຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົບປະແລກປ່ຽນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນ: ແກ້ໄຂທຸກຄວາມບໍ່ລົງລອຍກັນຜ່ານການເຈລະຈາໂດຍສັນຕິວິທີ, ມິດຕະພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ເອົາໃຈໃສ່ເຖິງສິດຜົນປະໂຫຍດອັນຊອບທຳຂອງກັນ, ອີງໃສ່ບັນດາຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳສອງປະເທດ ແລະ ຂໍ້ຕົກລົງບັນດາຫລັກການພື້ນຖານເພື່ອຊີ້ນຳການແກ້ໄຂບັນຫາທະເລ.
ໃນວັນດຽວກັນ, ຢູ່ນອກກອງປະຊຸມ, ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍ ກັບລັດຖະມົນຕີການຕ່າງປະເທດ ຈີນ, ການາດາ, ປາກິສະຖານ ແລະ ສປປ ເກົາຫລີ ເພື່ອປຶກສາຫາລືບັນດາບັນຫາສອງຝ່າຍ ແລະ ບັນຫາສຳຄັນໃນກອງປະຊຸມຄັ້ງຕ່າງໆ.