ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ສ.ເກົາຫລີ ຄັ້ງທີ 10

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຖືວ່າ: ການຮ່ວມມືແມ່ຂອງ -ສ.ເກົາຫລີ ຄວນຫນູນຊ່ວຍບັນດາປະເທດສະມາຊິກ ແກ້ໄຂຄວາມຫຍຸ້ງຍາກ ແລະ ກຳແຫນ້ນກາລະໂອກາດພັດທະນາໃຫມ່. 

ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ສ.ເກົາຫລີ ຄັ້ງທີ 10 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ທີ່ກອງປະຊຸມ

(ພາບ:ກະຊວງລັດຖະມົນຕີການຕ່າງປະເທດຫວຽດນາມ)

ວັນທີ 28 ກັນຍາ, ກອງປະຊຸມລັດຖະມົນຕີແມ່ຂອງ - ສ.ເກົ າຫລີ ຄັ້ງທີ 10 ໄດ້ຈັດຕັ້ງຕາມຮູບການອອນລາຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha  ພ້ອມດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ໄທ.

ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີ ຮຽກຮ້ອງການເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ເພື່ອຄວບຄຸມ, ຮັບມື ແລະ ຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ 19, ສົ່ງເສີມການເຂົ້າຮ່ວມຂອງວິສາຫະກິດ ແລະ ທ້ອງຖິ່ນ, ເພີ່ມທະວີການປະສານສົມທົບ,  ຫນູນຊ່ວຍ ອາຊຽນ ແລະ ບັນດາຂອບເຂດການຮ່ວມມືແມ່ຂອງອື່ນ.

ບັນດາລັດຖະມົນຕີ ໄດ້ຮັບຮອງເອົາແຜນການດຳເນີນງານໄລຍະ 2021 -2025 ດ້ວຍບັນດາເປົ້າໝາຍ ແລະ ມາດຕະການລະອຽດ ເພື່ອພ້ອມກັນສົມທົບຜັນຂະຫຍາຍສ້າງການພົວພັນຄູ່ຮ່ວມມືເພື່ອປະຊາຊົນ, ຄວາມວັດທະນາຖາວອນ ແລະ ສັນຕິພາບ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຖືວ່າ: ການຮ່ວມມືແມ່ຂອງ -ສ.ເກົາຫລີ ຄວນຫນູນຊ່ວຍບັນດາປະເທດສະມາຊິກ ແກ້ໄຂຄວາມຫຍຸ້ງຍາກ ແລະ ກຳແຫນ້ນກາລະໂອກາດພັດທະນາໃຫມ່. ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຖະແຫລງການປະທານຮ່ວມກອງປະຊຸມຂັ້ນສູງແມ່ຂອງ - ສ.ເກົາຫລີ ຄັ້ງທີ 2 ເນື່ອງໃນໂອກາດຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໃນເດືອນພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ