(vovworld) - ວັນທີ 01/05, ບັນດາລັດຖະມົນຕີພະລັງງານຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G 7) ເລີ່ມຕົ້ນດຳເນີນກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນ, ຢູ່ນະຄອນ Kitakyushu, ແຂວງ Fukuoka, ປະເທດຍີ່ປຸ່ນ, ເພື່ອປຶກສາກາລືກ່ຽວກັບການຊຸກຍູ້ການລົງທຶນເຂົ້າໃນການຜະລິດ, ພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ ເພື່ອຮັບປະກັນແຫຼ່ງສະໜອງພະລັງງານຢ່າງໝັ້ນຄົງ. ກອງປະຊຸມໄດ້ປຶກສາຫາລືວິທີແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບການຫຼຸດຜ່ອນລາຍຈ່າຍໃນບັນດາໂຄງການພັດທະນາ ອາດພາໄປເຖິງການຫຼຸດຜ່ອນແຫຼ່ງສະໜອງ ແລະ ເຮັດໃຫ້ລາຄາເຊື້ອເພິງຖືກເພີ່ມຂຶ້ນໃນອະນາຄົດ.
ໝາກຜົນການເຈລະຈາຈະໄດ້ພິຈາລະຈາໃນວາລະປຶກສາຫາລືຂອງກອງປະຊຸມສຸດຍອດປະຈຳປີ G 7, ຄາດວ່າ ຈະຖືກຈັດຂຶ້ນໃນທ້າຍເດືອນ 05 ຈະມາເຖິງຢູ່ Ise – Shima, ປະເທດຍີ່ປຸ່ນ.