ກອງປະຊຸມລັດຖະມົນຕີສຶກສາອາຊຽນບັນລຸໄດ້ຫຼາຍບັນຫາສຳຄັນ
ກອງປະຊຸມລັດຖະມົນຕີສຶກສາອາຊຽນ ບັນລຸໄດ້ຫຼາຍບັນຫາສຳຄັນ
(ພາບ: vietnamplus.vn)
(vovworld) – ກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 8 ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໃນລະຫວ່າງວັນທີ 11 – 12/09 ປະສົບຜົນສຳເລັດຢ່າງດີງາມ. ທີ່ກອງປະຊຸມ, ການນຳຂະແໜງສຶກສາບັນດາປະເທດອາຊຽນ ໄດ້ສະເໜີບົດທາບທາມຄວາມເຫັນທີ່ສຳຄັນຫຼາຍບົດ, ເພື່ອແນໃສ່ສ້າງແຜນການສຶກສາອາຊຽນ ໄລຍະ 5 ປີ (ແຕ່ປີ 2016 - 2020); ກອງປະຊຸມໄດ້ເປັນເອກະພາບກ່ຽວກັບບັນດາໂຄງການແລກປ່ຽນນັກຮຽນອາຊຽນ, ກໍ່ຄືເພີ່ມທະວີການພົວພັນບຳລຸງສ້າງລະຫວ່າງບັນດາມະຫາວິທະຍາໄລໃນກຸ່ມ ໃນຫຼາຍຂົງເຂດ, ຂະແໜງອາຊີບເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 8 ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອກ້າວໄປເຖິງກອງປະຊຸມປະຊາຄົມເສດຖະກິດ, ສັງຄົມອາຊຽນ ຄັ້ງທີ 2 ເຊິ່ງຈະຈັດຂຶ້ນໃນວັນທີ 27/09 ຢູ່ປະເທດມຽນມາ.