(vovworld) - ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 19 (ຫຼື AEM Retreat 19) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກອັດລົງໃນຕອນບ່າຍວັນທີ 9/3 ຢ່າງເປັນທາງການ, ຢູ່ຮ່າໂນ້ຍ. ໃນກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ສຸມໃສ່ປຶກສາຫາລື ບັນດາການກຳນົດທິດພື້ນຖານ ແລະ ບຸລິມະສິດຂອງການເຊື່ອມໂຍງເສດຖະກິດ ອາຊຽນ ໃນປີ 2013, ຢັ້ງຢືນຄວາມຕັດສິນໃຈສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (ຫຼື AEC) ໃນປີ 2015, ສົ່ງເສີມການປະຕິບັດຄຳໝັ້ນສັນຍາໃນບັນດາຂົງເຂດຄ້າຂາຍສິນຄ້າ, ການບໍລິການ ແລະ ການລົງທຶນ. ບັນດາລັດຖະມົນຕີກໍ່ຢັ້ງຢືນຄວາມຕັດສິນໃຈກໍ່ສ້າງປະຊາຄົມຜ່ານການເພີ່ມທະວີເຊື່ອມຕໍ່ມະນຸດ, ເຊື່ອມຕໍ່ລະບອບບັນຍັດ ດ້ວຍຫຼາຍຂໍ້ລິເລີ່ມໄດ້ສະເໜີ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງພິທີອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ໃຫ້ຮູ້ວ່າ:
“ພາຍຫຼັງການເສີມຂະຫຍາຍກໍ່ສ້າງປະຊາຄົມເສດຖະກິດ ອາຊຽນມາເປັນເວລາ 4 ປີ, ພວກຂ້າພະເຈົ້າບັນລຸໄດ້ບັນດາໝາກຜົນແທດຈິງ. ພວກເຮົາຄວນກຳນົດຂອບເຂດການເຄື່ອນໄຫວເພື່ອແນໃສ່ບັນລຸໄດ້ບັນດາຄາດໝາຍທີ່ວາງອອກແຕ່ນີ້ຮອດປີ 2015. ອາຊຽນ ກໍ່ມຸ້ງໄປເຖິງການແກ້ໄຂບັນຫາຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດສະມາຊິກ, ເຊິ່ງໄດ້ສວມບົດບາດສຳຄັນເພື່ອຮັບປະກັນໃຫ້ການພັດທະນາແບບຍືນຍົງ ແລະ ສ້າງປະຊາຄົມລວມ ອາຊຽນ”
ທີ່ການປະຊຸມຂ່າວ, ທ່ານ Karel De Gucht, ຂ້າຫຼວງໃຫຍ່ການຄ້າ ອີຢູ ໄດ້ຕີລາຄາສູງບັນດາຜົນສຳເລັດຂອງ AEM 19 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ເນັ້ນໜັກວ່ານີ້ແມ່ນເນື້ອໃນສຳຄັນສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນທີ່ສະດວກສະບາຍໃນການຮ່ວມມືລະຫວ່າງ ອີຢູ ແລະ ອາຊຽນ ໃຫ້ດີກ່ວາອີກ:
ຜ່ານໝາກຜົນຂອງກອງປະຊຸມ, ຂ້າພະເຈົ້າມີຄວາມປະເອີບໃຈກ່ຽວກັບເລື່ອງຊຸກຍູ້ການເຊື່ອມໂຍງລະຫວ່າງ ອີຢູ ແລະ ອາຊຽນ. ອີຢູ ພວມແມ່ນຕະຫຼາດສົ່ງອອກໃຫຍ່ຂອງ ອາຊຽນ, ໃນຂະນະທີ່ ອາຊຽນ ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 5 ຂອງ ອີຢູ. ເດືອນ 12 ປີກາຍ, ພວກຂ້າພະເຈົ້າໄດ້ສຳເລັດການເຈລະຈາສັນຍາການຄ້າເສລີ (ຫຼື FTA) ກັບ ສິ່ງກາໂປ, ພ້ອມກັນນັ້ນແມ່ນ ການເຈລະຈາ FTA ກັບມາເລເຊຍ ແລະ ຫວຽດນາມ. ພວກຂ້າພະເຈົ້າກໍ່ເລີ່ມດຳເນີນການເຈລະຈາກັບໄທ. ອີຢູ ເອົາໃຈໃສ່ເຖິງ ອາຊຽນ ຍ້ອນວ່າປະຈຸບັນ, ນີ້ແມ່ນໜຶ່ງໃນບັນດາພາກພື້ນພວມພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດ”
ດ້ວຍບົດບາດແມ່ນຄະນະຈັດຕັ້ງ AEM 19 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫວູຮູຍຮ່ວາງ ໃຫ້ຮູ້ວ່າ:
“ດ້ວຍຖານະເປັນປະເທດເຈົ້າພາບ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າກອງປະຊຸມຄັ້ງນີ້. ສຳລັບ ຫວຽດນາມ, ທຸກໆປະເທດສະມາຊິກ ອາຊຽນ ແລະ ອີຢູ ພວມແມ່ນບັນດາຄູ່ຮ່ວມມືສຳຄັນທີ່ສຸດ, ອາດເວົ້າໄດ້ວ່າແມ່ນຄູ່ຮ່ວມມືອັນດັບໜຶ່ງກ່ຽວກັບດ້ານການຄ້າ ແລະ ການລົງທຶນ. ດັ່ງນັ້ນ, ຫວຽດນາມ ສະໜັບສະໜູນ ແລະ ຢາກຊຸກຍູ້ວິວັດທະນາການເຊື່ອມໂຍງເສດຖະກິດລະຫວ່າງ 2 ພາກພື້ນ.”