ກອງປະຊຸມລັດຖະມົນຕີASEMຄັ້ງທີ12

ກອງປະຊຸມລັດຖະມົນຕີASEMຄັ້ງທີ12 - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 05/11, ຢູ່​ລຸກ​ຊຳ​ບວກ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 12, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 30 ​ປະ​ເທດ​ເອີ​ລົບ ​ແລະ 21 ປະ​ເທ​ດອາຊີ ພ້ອມ​ກັບ​​ເລຂາທິການ​ໃຫຍ່​ອາ​ຊຽນ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງກາ​ນຕ່າງປະ​ເທດ ຟ້າ​ມ​ແທງ​ເຊີນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ລັດຖະມົນຕີ ASEM ຄັ້ງ​ທີ 12 ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ລັດຖະມົນຕີ​ບັນດາ​ປະ​ເທດ​ອາຊີ ​ແລ​ະ ​ເອີ​ລົບ ພ້​ອມກັນ​ຢືນຢັນ​ການ​ຮ່ວມ​ມື ​ແລະ ການ​ເຈລະຈາ​ລະຫວ່າງ 2 ພາກ​ພື້ນ. ດ້ວຍ​ຫົວ​ຂໍ້ “ພ້ອມກັນ​ຮ່ວມ​ມື​ເພື່ອ​ອະນາຄົດໝັ້ນຄົງ ​ແລະ ປອດ​ໄພ”, ກອງ​ປະຊຸມ​ລັດຖະມົນຕີ ASEM ຄັ້ງ​ທີ 12 ລວມມີ​ວາລະ​ປຶກສາ​ຫາລື 3 ຄັ້ງ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໂຄງການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດທະນາ​​ແບບຍືນ​ຍົງ, ຄຸ້ມ​ຄອງ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ; ​ການເຊື່ອມ​ຕໍ່ ​ແລະ ອະນາຄົດ ASEM ​ແລະ ບັນດາ​ບັນຫາ​ສາກ​ົນ, ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

      ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງກາ​ນຕ່າງປະ​ເທດ ຟ້າ​ມ​ແທງ​ເຊີນ ​ໄດ້​ມີ​ບົດ​ກ່າວ​ປາ​ໄສທີ່ກອງ​ປະຊຸມ​ຄົບ​ຄະນະ​​ໃນ​ຕ​ອນ​ເຊົ້າ​ວັນ​ທີ 05/11, ກ່ຽວກັບ​ຫົວ​ຂໍ້ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ