ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ມຽນມາ

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ມຽນມາ - ảnh 1
(ພາບປະກອບ: THX/TTXVN)

(vovworld) - ວັນ​ທີ 17/01, ຢູ່​ນະຄອນ Banga ປະ​ເທດ​ມຽນມາ, ​ໄດ້​ດຳ​ເນີນ​ກອງ​ປະຊຸມວົງແຄບລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ, ກອງປະຊຸມ​ໄດ້​ດຳ​ເນີນພາຍຫຼັງ​ດຳ​ເນີນກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ 1 ວັນ​.

        ກ່າວ​ຄຳ​ເຫັນ​ກັບ​ສື່​ມວນ​ຊົນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ U Wunna Maung Lwin ​ໃຫ້​ຮູ້​ວ່າ ທີ່​ກອງ​ປະຊຸມ​​ວົງແຄບລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ ນີ້, ຜູ້ຕາງໜ້າ 10 ປະ​ເທດ​ສະມາຊິກ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ ​ໃນ​ໂຄງການ​ດຳ​ເນີນ​ງານ​ຄື​ ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 23, ກຳນົດ​ທິດ​ການ​ເຄື່ອນ​ໄຫວ​ໃນ​ປີ 2014, ບັນດາບຸລິມະສິດ​ຂອງ​ປະ​ເທດ​ເຈົ້າພາບ​ມຽນມາ ​ໃນ​ຖາ​ໜ້າຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ ​ປີ 2013, ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນພາຍຫຼັງ​ປີ 2015 ​ແລະ ຮັບຮອງ​ເອົາ​ບັນດາ​​ທິດທາງ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ​ໃນ​ອະນາຄົດ. ​ຄາດ​ວ່າ, ໃນ​ຂອບ​ເຂດ​ຂອງ​ກອງ​ປະຊຸມ, ມຽນມາ ​ແລະ ມາ​ເລ​ເຊຍ ຈະ​ລົງ​ນາມ​ໃນ​ຂ້ໍ​ຕົກລົງ​​​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກນິກ​ດີ​ຈີ​ຕອນ...

ຂ່າວ/ບົດ​ອື່ນ