(ພາບ:phapluatvn.vn)
( vovworld ) – ວັນທີ 26/7, ຢູ່ແຂວງດົງນາຍ, ຫ້ອງວ່າການຄະນະຊີ້ນຳວຽກງານປ້ອງກັນຕ້ານໄພສໍ້ລາດບັງຫຼວງສູນກາງ ໄດ້ຈັດກອງປະຊຸມວຽກງານປ້ອງກັນຕ້ານໄພສໍ້ລາດບັງຫຼວງໃນ 6 ເດືອນຕົ້ນປີ 2012 ກຸ່ມ 10 ແຂວງ ແລະ ນະຄອນເຂດຕາເວັນອອກພາກໃຕ້ຫວຽດນາມ. ຕາມການຕີລາຄາຂອງຄະນະຊີ້ນຳວຽກງານປ້ອງກັນຕ້ານໄພສໍ້ລາດບັງຫຼວງສູນກາງແລ້ວ, ໃນ 6 ເດືອນຜ່ານມາ, ທ້ອງຖິ່ນຕ່າງໆໃນກຸ່ມແຂວງ, ນະຄອນເຂດຕາເວັນອອກພາກໃຕ້ຫວຽດນາມ ໄດ້ຈັດການໂຄສະນາ, ເຜີຍແຜ່ກ່ຽວກັບການປ້ອງກັນຕ້ານໄພສໍ້ລາດບັງຫຼວງເກືອບ 90.000 ຄັ້ງໂດຍມີການເຂົ້າຮ່ວມຂອງເກືອບ 1 ລ້ານເທື່ອຄົນ, ຈຳໜ່າຍເອກະສານຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຕ້ານໄພສໍ້ລາດບັງຫຼວງເກືອບ 100.000 ສະບັບ. ເພື່ອໃຫ້ວຽກງານປ້ອງກັນຕ້ານໄພສໍ້ລາດບັງຫຼວງສ້າງການຫັນປ່ຽນໃນຊຸມເດືອນຕົ້ນປີ 2012 ຢ່າງແທດຈິງ, ບັນດາແຂວງນະຄອນເຂດຕາເວັນອອກພາກໃຕ້ຫວຽດນາມກຳນົດຈະສືບຕໍ່ຍູ້ແຮງວຽກງານໂຄສະນາສຶກສາກ່ຽວກັບການປ້ອງກັນຕ້ານໄພສໍ້ລາດບັງຫຼວງ ຕິດພັນກັບການປະຕິບັດ “ການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ“