(vovworld) - ຕອນເຊົ້າວັນທີ 30/03, ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ແລະ ທະນາຄານການຄ້າການລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ຈັດການປະຊຸມຂ່າວປະກາດຂໍ້ມູນກ່ຽວກັບກອງປະຊຸມສົ່ງເສີມການລົງທຶນພັດທະນາການທ່ອງທ່ຽວບິ່ງດິ້ງ ປີ 2016. ກອງປະຊຸມຈະດຳເນີນໃນວັນທີ 03/04 ຈະມາເຖິງຢູ່ນະຄອນກຸຍເຍີນ, ແຂວງບິ່ງດິ້ງ. ທີ່ກອງປະຊຸມນີ້, ແຂວງບິ່ງດິ້ງ ຈະປະກາດແຜນຜັງພັດທະນາການທ່ອງທ່ຽວຮອດປີ 2020, ວິໄສທັດຮອດປີ 2030; ກົນໄກນະໂຍບາຍດຶງດູດການລົງທຶນຂອງແຂວງ ແລະ ບາງໂຄງການທ່ອງທ່ຽວໄໝ່ຈຳນວນໜຶ່ງ; ລົງນາມໃນສັນຍາຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງ 4 ແຂວງຄື: ຟຸ໋ອຽນ - ບິ່ງດິ້ງ - ຢາລາຍ - ດັກລັກ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ ຫງວຽນຕວນແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງໃຫ້ຮູ້ວ່າ.
“ດ້ວຍຄາດໝາຍນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງແຂວງ, ແຂວງບິ່ງດິ້ງ ໄດ້ສ້າງຕັ້ງຄະນະຊີ້ນຳພັດທະນາການທ່ອງທ່ຽວ, ສ້າງແຜນການພັດທະນາການທ່ອງທ່ຽວ, ສ້າງສະຖານທີ່ທ່ອງທ່ຽວເຂດຫາດຊາຍທະເລກຸຍເຍີນ. ແຂວງກໍຈະສຸມໃສ່ລົງທຶນເຂົ້າພື້ນຖານໂຄງລ່າງໃຫ້ບາງສະຖານທີ່ ເພື່ອສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຢາມ. ເພີ່ມທະວີເຂດທ່ອງທ່ຽວ, ໂຄສະນາການທ່ອງທ່ຽວຕິດພັນກັບການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ໃຫ້ແກ່ການພັດທະນາການທ່ອງທ່ຽວ”.