ກອງປະຊຸມສົ່ງເສີມການລົງທຶນຢູ່ນະຄອນຫາຍຟ່ອງປີ2016

ກອງປະຊຸມສົ່ງເສີມການລົງທຶນຢູ່ນະຄອນຫາຍຟ່ອງປີ2016  - ảnh 1
ໂຄງ​ການ​ລົງ​ທຶນ​ຢູ່​ນະ​ຄອນ​ຫາຍ​ຟ່ອງ
ພາບ:vneconomy.vn

(vovworld)- ​​“ຫາຍ​ຟ່ອງ-ຈຸດ​ນັດ​ພົບ​ຂອງ​ນັກ​ລົງ​ທຶນ” ຈະ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ປີ 2016 ເພື່ອ​ໂຄ​ສະ​ນາ​ພາບ​ພົດ, ທີ່​ຕັ້ງ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ນະ​ຄອນ​ຫາຍ​ຟ່ອງ ກວ່າ​ອີກ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ ຈະ​ດຳ​ເນນ​ໃນ​ວັນ​ທີ19/9, ດຶງ​ດູດ​ຜູ້​ແທນ​ເກືອບ 500 ທ່ານ ມາ​ຈາກ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ, ບັນ​ດາ​ສະ​ຖານ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ​ຂອ​ງ​ບັນ​ດາ​ປະ​ເທດ​ຢູ່​ຫວຽດ​ນາມ, ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຕາມ​ແຜນ​ການ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ເຂົ້າ​ຮ່ວມ ແລະ ຊີ້​ນຳກອງ​ປະ​ຊຸມ.

ກອງ​ປະ​ຊຸມນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ນ​ະ​ຄອນ ຫາຍ​ຟ່ອງ ມີ​ຄຳ​ໝັ້ນ​ໝາຍ​ຕໍ່​ບັນ​ດາ​ນັກ​ລົງ​ທຶນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ, ຫັນ​ບັນ​ດາ​ລະ​ບຽບ​ການ​ໃນ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ງ່າຍ​ດ່າຍກວ່າ, ຫນູນ​ຊ່ວຍ ແລະ ຮ່ວມ​ເດ​ີນ​ທາງ​ກັບ​ບັນ​ດາ​ນັກ​ລົງ​ທຶນ​ເພື່ອ​ພັດ​ທະ​ນ​າ​ແບບ​ຍືນ​ຍົງ.

 

 

 

ຂ່າວ/ບົດ​ອື່ນ