ກອງປະຊຸມສຸດຍອດອີຢູ-ຢູແກຼນ
ທ່ານປະທານາທິບໍດີ ປະເທດເຈົ້າພາບ Petro Poroshenko (ກາງ),
ປະທານຄະນະກຳມະການເອີລົບ (EC) Jean – Claude Juncker (ຂວາ) ແລະ ປະທານສະພາ ເອີລົບ Donald Tusk
(ພາບ: AFP)
|
(vovworld) – ກອງປະຊຸມສຸດຍອດສະຫະພາບ ເອີລົບ (ອີຢູ) - ຢູແກຼນ ໄດ້ຖືກຈັດຕັ້ງໃນວັນທີ 27/4, ຢູ່ນະຄອນຫຼວງ ກີແອບ ຂອງ ຢູແກຼນ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ປະເທດເຈົ້າພາບ Petro Poroshenko, ປະທານຄະນະກຳມະການເອີລົບ (EC) Jean – Claude Juncker ແລະ ປະທານສະພາ ເອີລົບ Donald Tusk. ຖະແຫຼງການຮ່ວມພາຍຫຼັງກອງປະຊຸມໃຫ້ເຫັນວ່າ: ພາກພື້ນການຄ້າເສລີ (FTA) ລະຫວ່າງ ຢູແກຼນ ກັບອີຢູ ຈະມີຜົນສັກສິດແຕ່ວັນທີ 1/1/2016. ກອງປະຊຸມສຸດຍອດໄດ້ເລັ່ງໃສ່ເລື່ອງເລີ່ມຕົ້ນການປະຕິຮູບມີຄວາມໝາຍຕັດສິນຊີ້ຂາດບົນທັດສະນະເຊື່ອມໂຍງດ້ານການເມືອງ ແລະ ເສດຖະກິດຂອງ ຢູແກຼນ ແລະ ອີຢູ. ນີ້ແມ່ນກອງປະຊຸມສຸດຍອດຄັ້ງທຳອິດໃນຂອບເຂດຂໍ້ຕົກລົງເຊື່ອມໂຍງລະຫວ່າງ ຢູແກຼນ ແລະ ອີຢູ, ໃນນັ້ນເລື່ອງປະຕິບັດຂໍ້ຕົກລົງຈະສ້າງບາດກ້າວໃຫ້ແກ່ວິວັດການຍູ້ແຮງການເຊື່ອມໂຍງດ້ານການເມືອງ ແລະ ເສດຖະກິດ ຂອງ ຢູແກຼນ ກັບ ອີຢູ, ບົນພື້ນຖານເຄົາລົບບັນດາຄຸນຄ່າລວມ ແລະ ເປີດກ້ວາງມັນຢ່າງມີປະສິດທິຜົນ.