ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ
ຍີ່ປຸ່ນ Shinzo Abe
ພາບ:TTXVN
|
(vovworld)- ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28-29 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ວັນທີ 7/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 8 ພ້ອມກັບການນຳບັນດາປະເທດຄື ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຍີ່ປຸ່ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກເຖິງຄວາມຈຳເປັນບຸລິມະສິດຊຸກຍູ້ການປະຕິບັດບັນດາເນື້ອໃນສຳຄັນຂອງການຮ່ວມມືແມ່ຂອງ - ຍີ່ປຸ່ນ ພ້ອມທັງສະເຫນີລັດຖະບານຍີ່ປຸ່ນ ຫນູນຊ່ວຍບັນດາປະເທດແມ່ຂອງ ກໍ່ສ້າງບັນດາເສັ້ນທາງໃຫມ່ລຽບຕາມແລວເສດຖະກິດ, ພິເສດ ແມ່ນເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ. ນີ້ແມ່ນເສັ້ນທາງການຄ້າສຳຄັນ ບໍ່ພຽງສ້າງຄວາມສະຫນິດຕິດແຫນ້ນ ນະຄອນຫລວງສອງປະເທດຫວຽດນາມ ແລະ ລາວເທົ່ານັ້ນ, ຫາກຍັງສ້າງແລວເຊື່ອມຕໍ່ໃຫມ່ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະຫນີ ຍີ່ປຸ່ນ ສືບຕໍ່ແບ່ງປັນບົດຮຽນ, ຖ່າຍທອດເຕັກໂນໂລຊີຊ່ວຍບັນດາປະເທດແມ່ຂອງ ພັດທະນາພື້ນຖານກະສິກຳຂຽວ, ສະຫລາດສະຫລຽວ, ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເມື່ອແບ່ງປັນທັດສະນະພ້ອມກັບບັນດາການນຳ ກ່ຽວກັບຖະແຫລງການຮ່ວມ ກອງປະຊຸມສຸດຍອດ ການຮ່ວມມື ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 8, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຜັນແປມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ເນັ້ນຫນັກວ່າ ບັນດາຝ່າຍຄວນລະງັບໃຈ, ບໍ່ມີການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຢູ່ທະເລຕາເວັນອອກ, ເຄົາລົບບັນດາວິວັດການນິຕິກຳ ແລະການທູດ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ.
ໃນວັນດຽວກັນ, ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການສະຫນັບສະຫນູນຢ່າງຕັ້ງຫນ້າ ແລະ ມີປະສິດທິຜົນຂອງຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນກິດຈະການພັດທະນາເສດຖະກິດ ສັງຄົມ. ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນ: ໃນໄລຍະຈະມາເຖິງ, ຍີ່ປຸ່ນ ຈະສືບຕໍ່ຫນູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງ, ສືບຕໍ່ບຸລິມະສິດແຫລ່ງທຶນ ODA ໃຫ້ແກ່ຫວຽດນາມ.