ກອງປະຊຸມສຸດຍອດG-20ເນັ້ນໜັກເຖິງສານຕ້ານກໍ່ການຮ້າຍ

ກອງປະຊຸມສຸດຍອດG-20ເນັ້ນໜັກເຖິງສານຕ້ານກໍ່ການຮ້າຍ - ảnh 1
ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ
ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G - 20) ຄັ້ງ​ທີ 10
(ພາບ: AFP/TTXVN)

(vovworld) - ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G - 20) ຄັ້ງ​ທີ 10 ​ໄຂ​ຂຶ້ນ​ໃນ​ວັນ​ທີ 15/11 ຢູ່​ນະຄອນ Antalya ປະ​ເທດ ຕວກກີ. ກ່ອນ​​ເວລາໄຂ​ກອງ​ປະຊຸມ, ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan ​ປະທານ​ກອງ​ປະຊຸມ​ຖະ​ແຫຼ​ງການ G – 20 ປີ​ນີ້ ​ໄດ້​ສົ່ງ​ສານ​ຄັດ​ຄ້ານ​ລັດທິ​ກໍ່​ການ​ຮ້າຍຢ່າງແຂງ​ແຮງ.

        ​ໃນ​ຮ່າງ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ (G – 20) ຢູ່ ຕວກກີ, ການ​ນຳ​ບັນດາ​ປະ​ເທດ​ນີ້ ​ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ປະກົດ​​ “ມື​ປືນ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ” ນັບ​ມື້​ນັບ​ມີ​ຫລາຍ​. ບັນດາ​ການ​ນຳ​ໃນ G – 20 ຢືນຢັນ​ວ່າ: ຈະ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສືບ​ລາຊະການ​ລັບ, ຕິດຕາມ​ບັນດາ​ດ່ານ​ຊາຍ​ແດນ ​ແລະ ​ເພີ່ມ​ທະວີ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ການບິນ ​ເພື່ອ​ສະກັດ​ກັ້ນ “​ພວກ​ກໍ່​ການ​ຮ້າຍ” ​ທີ່​ຍົກຍ້າຍແຕ່​ປະ​ເທດ​ນີ້​​ໄປສູ່​ປະ​ເທດ​ອື່ນ.

ຂ່າວ/ບົດ​ອື່ນ