ກອງປະຊຸມສູນກາງຄັ້ງທີ5ຊຸດທີ18ພັກກອມມູນິດຈີນ
ກອງປະຊຸມສູນກາງຄັ້ງທີ 5 ຊຸດທີ 18 ພັກກອມມູນິດ ຈີນ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 26/10, ກອງປະຊຸມສູນກາງຄັ້ງທີ 5 ຊຸດທີ 18 ພັກກອມມູນິດ ຈີນ ໄຂຂຶ້ນຢ່າງເປັນທາງການໃນວັນທີ 26/10 ຢູ່ນະຄອນຫລວງ ປັກກິ່ງ, ກອງປະຊຸມໃຫຍ່ ສຸມໃສ່ປຶກສາຫາລືແຜນການພັດທະນາເສດຖະກິດ - ສັງຄົມໃນໄລຍະ 2016 – 2020 ຫຼື ເອີ້ນວ່າ “ແຜນການ 5 ປີຄັ້ງທີ 13”. ຄາດວ່າໃນ 4 ວັນດຳເນີນກອງປະຊຸມ (ແຕ່ວັນທີ 26 - 29/10), ບັນດາຜູ້ແທນຈະພິຈາລະນາຄັ້ງສຸດທ້າຍ ບັນດາຂໍ້ສະເໜີໃຫ້ແຜນການ 5 ປີດັ່ງກ່າວ. ຮ່າງແຜນການສຸດທ້າຍຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ຈີນ ໃຫ້ສັດຕະຍາບັນທີ່ກອງປະຊຸມສະໄໝສາມັນໃນເດືອນ 3/2016 ກ່ອນທີ່ມີຜົນສັກສິດຢ່າງເປັນທາງການ. ທີ່ກອງປະຊຸມຄັ້ງນີ້, ກົມການເມືອງສູນກາງພັກກອມມູນິດ ຈີນ ກໍ່ຈະລາຍງານວຽກງານຕໍ່ຄະນະກຳມະການສູນກາງພັກ. ສຳນັກຂ່າວສານ ຈີນ ຄັກສະເໜີບັນດາການຄາດຄະເນຂອງຕະຫລາດທີ່ຖືວ່າ: ຄາດໝາຍເຕີບໂຕ GDP ຂອງ ຈີນ ໃນໄລຍະ 2016 – 2020 ຈະບັນລຸປະມານ 6,5 – 7%.