ວັນທີ 8 ມັງກອນ ຢູ່ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານຂະແໜງໄອຍະການປະຊາຊົນປີ 2011 ແລະ ຜັນຂະຫຍາຍວຽກງານໄອຍະການປີ 2012. ປີ 2011 ຂະແໜງໄອຍະການໄດ້ມີການປ່ຽນໃໝ່ກ່ຽວກັບການຈັດຕັ້ງຂອງຂະແໜງໄອຍະການໃນວິວັດການປະຕິຮູບດ້ານຍຸຕິທຳ, ຍູ້ແຮງການປະຕິບັດສິດກ່າວຟ້ອງ ແລະ ກວດກາບັນດາການເຄື່ອນໄຫວດ້ານຍຸດຕິທຳ. ປີ 2011, ໃນທົ່ວຂະແໜງກວດກາໄດ້ເກືອບ 83.000 ຄະດີ, ຄຸນນະພາບການພິພາກສາໄດ້ຮັບການຍົກສູງຂື້ນ, ແກ້ໄຂ ຄະດີທີ່ສັບສົນຫຼາຍຄະດີຢ່າງເດັດຂາດ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ, ຫົວໜ້າຄະນະປະຕິຮູບດ້ານຍຸດຕິທຳສູນກາງໄດ້ເນັ້ນໜັກວ່າ ປີ 2012 ຂະແໜງໄອຍະການຄວນສືບຕໍ່ປ່ຽນໃໝ່ຢ່າງເຂັ້ມແຂງ ແລະ ຮອບດ້ານກວ່າອີກ, ໃນນັ້ນຄວນສຸມໃສ່ປະຕິບັດສິດກ່າວຟ້ອງ ໃນໄລຍະສືບສວນ, ຮັບປະກັນການດຳເນີນຄະດີຖືກຕ້ອງຕາມກົດໝາຍ. ພິເສດແມ່ນລົງໂທດ ອາດຊະຍາກຳສໍ້ລາດບັງຫຼວງຢ່າງເຂັ້ມງວດ .
“ໄອຍະການທຸກຂັ້ນຕ້ອງມີຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງກ່ຽວກັບ ລັກສະນະປະຊາຊົນໃນການເຄື່ອນໄຫວໄອຍະການ. ເມື່ອປະຕິບັດສິດກ່າວຟ້ອງ ແລະ ກວດກາບັນດາການເຄື່ອນໄຫວດ້ານຍຸດຕິທຳຕ້ອງອິ່ງໃສ່ປະຊາຊົນ, ພາຍໃຕ້ການຕິດຕາມກວດກາຂອງປະຊາຊົນ ແລະ ຍາດແຍ້ງການສະໜັບສະໜູນຂອງປະຊາຊົນ. ໄອຍະການທຸກຂັ້ນຕ້ອງຮັບຝັງຄຳຄິດ ແລະ ປະຕິບັດການສົມທົບກັບບັນດາອົງການ, ອົງການຈັດຕັ້ງ ແລະ ໜູ່ປະຊາຊົນເປັນຢ່າງດີ ” .