ກອງປະຊຸມສະຫຼຸບ5ປີແຫ່ງການກໍ່ສ້າງຊົນຊັ້ນຊາວກະສິກອນຫວຽດນາມ

ກອງປະຊຸມສະຫຼຸບ5ປີແຫ່ງການກໍ່ສ້າງຊົນຊັ້ນຊາວກະສິກອນຫວຽດນາມ - ảnh 1
ກອງປະຊຸມສະຫຼຸບ 5 ປີແຫ່ງການກໍ່ສ້າງ
ຊົນຊັ້ນຊາວກະສິກອນຫວຽດນາມ
(ພາບ: chinhphu.vn)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 03/07, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ການ​ປະຕິບັດ​​ແຜນ​ຮ່າງ 61 ​ໄດ້​ຈັດ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ທົ່ວ​ປະ​ເທດ ສະຫຼຸບ 5 ປີແຫ່ງ​ການ​ປະຕິບັດ​ຂໍ້​ສະຫຼຸບ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ກ່ຽວ​ກັບ​ແຜນ​ຮ່າງ “ຍົກ​ສູງ​ບົດບາດ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ໃນ​ໄລຍະ 2010 - 2020”. ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ບັນດາ​ແຂວງ, ນະຄອນ​ຢືນຢັນ​ວ່າ, ຂໍ້​ສະຫຼຸບ​ຂອງ​ຄະນະ​ເລຂາ ​ໄດ້​ເຂົ້າ​ສູ່​ຊີວິດ​ຢ່າງ​ວ່ອງ​ໄວ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ຊາວ​ກະສິກອນ; ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ. ຄະນະ​ຊີ້​ນຳ​ແຜນ​ຮ່າງ​ກໍກຳນົດ​ບາງ​ໜ້າ​ທີ່​ຕົ້ນ​ຕໍ​ໃຫ້​ໄລຍະ 5 ປີທີ່​ຈະ​ມາ​ເຖິງ ​ເພື່ອ​ປະ​ຕິ​ບັດ​ບົດ​ສະຫຼຸບ 61 ຂອງ​ຄະນະ​ເລຂາ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນນັ້ນ​ໄດ້​ເນັ້ນ​ໜັກ​ເຖິງການ​ສືບຕໍ່​ປະຕິບັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ກະສິກ​ຳ​, ຊາວ​ກະສິກອນ, ຊົນນະບົດ, ການ​ປ່ຽນ​ໃໝ່ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່​… ໃຫ້​ສຳ​ເລັດ.
ຂ່າວ/ບົດ​ອື່ນ