(vovworld) - ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ຄາດວ່າຈະໄຂຂຶ້ນໃນວັນທີ 21 ຕຸລາ ແລະ ຈະແກ່ຍາວເປັນເວລາ 40 ວັນ ດ້ວຍບັນດາເນື້ອໃນສຳຄັນ. ນັ້ນແມ່ນຂໍ້ມູນໄດ້ຍົກອອກມາທີ່ກອນປະຊຸມຂ່າວໃນຕອນບ່າຍວັນທີ 17 ຕຸລາ ໂດຍຫ້ອງວ່າການສະພາແຫ່ງຊາດ ຈັດຕັ້ງ.
ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸ໋ກ ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະປຶກສາຫາລື ແລະ ຮັບຮອງເອົາຫຼາຍຮ່າງກົດໝາຍທີ່ສຳຄັນ, ໃນນັ້ນມີຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ... ສຳລັບຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ), ທ່ານ ຫງວຽນແຮ້ງຟຸ໋ກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ.
“ກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ, ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ຈະຕັດສິນໃຈຮັບຮອງເອົາ, ຍ້ອນມາຮອດປະຈຸບັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມເປັນ 3 ຄັ້ງ ແລະ ບັນດາສະມາຊິກສະພາແຫ່ງຊາດສະເພາະກິດ ໄດ້ຈັດກອງປະຊຸມປຶກສາຫາລືບັນຫາດັ່ງກ່າວ ບົນພື້ນຖານຮັບຟັງຄຳເຫັນຈາກ”.
ກ່ຽວກັບບັນຫາເສດຖະກິດ, ສັງຄົມ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະຮັບຟັງ, ປຶກສາຫາລື, ໃຫ້ຄຳເຫັນ ແລະ ຮັບຮອງເອົາບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມປີ 2013, ແຜນການພັດທະນາເສດຖະກິດສັງຄົມປີ 2014; ບົດລາຍງານສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2011 - 2015)...
ພິເສດ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໄດ້ສະຫງວນເວລາ 3 ວັນ ເພື່ອຊັກຖາມບັນດາສະມາຊິກສະພາແຫ່ງຊາດກ່ຽວກັບບາງເນື້ອໃນສຳຄັນ, ກໍ່ຄືປຶກສາຫາລືກ່ຽວກັບບັນດາບຸກຄະລາກອນ, ອະນຸມັດຜ່ານເລື່ອງໃຫ້ຍົກເວັ້ນຕຳແໜ່ງຮອງນາຍົກລັດຖະມົນຕີສຳລັບທ່ານ ຫງວຽນທ້ຽນເຍີນ ແລະ ຕຳແໜ່ງລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານສຳລັບທ່ານ ຫວູດຶດດາມ ແລະ ສະເໜີຕໍ່ສະພາແຫ່ງຊາດເຊັນອະນຸມັດຮອງນາຍົກລັດຖະມົນຕີໃໝ່ 2 ທ່ານຕາມບັນຊີລາຍຊື່ໂດຍນາຍົກລັດຖະມົນຕີຍື່ນສະເໜີເຊິ່ງລວມມີ ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວູດຶດດາມ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ.
ກ່ຽວກັບວຽກງານຕິດຕາມກວດກາ, ສະພາແຫ່ງຊາດຈະພິຈາລະນາບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບປະກັນສຸຂະພາບໄລຍະ 2009 – 2012 ແລະ ໝາກຜົນຂອງການກວດກາແຜນກຳນົດ, ລົງທຶນກໍ່ສ້າງບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ ແລະ ການເຄື່ອນໄຫວຂຸດຄົ້ນບັນດາກິດຈະກຳເຂື່ອນໄຟຟ້ານ້ຳຕົກ.