ກອງປະຊຸມສາກົນກ່ຽວກັບບັນຫາທະເລຕາເວັນອອກ
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 09 – 10/10, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ແລະ ສະຖາບັນ Konrad Adenauer (ສ.ສະຫະພັນເຢຍລະມັນ) ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ “ການຂັດແຍ້ງຢູ່ທະເລຕາເວັນອອກ: ຜົນກະທົບ ແລະ ບັນດາວິທີສຳພັດສັນຕິພາບ, ຮ່ວມມື”. ກອງປະຊຸມສຳມະນາແມ່ນເວທີປາໄສເພື່ອໃຫ້ບັນດານັກຮຽນຮູ້ສາກົນ ແລະ ຫວຽດນາມ ພົບປະ, ແລກປ່ຽນບັນດາໝາກຜົນການຄົ້ນຄວ້າຫລ້າສຸດຂອງຕົນ, ຈາກນັ້ນສະເໜີບັນດາມາດຕະການແກ້ໄຂຕາມທິດສັນຕິພາບ, ເໝາະສົມກັບກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນ ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ. ທ່ານ ຟຸ່ງຊວນຍ້າ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍໃຫ້ຮູ້ວ່າ.
“ຄວາມໝາຍສຳຄັນຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນມີວິທີສຳພັດໃໝ່ກ່ຽວກັບບັນຫາບໍ່ໃໝ່ອຽມ. ກອງປະຊຸມສຳມະນາສັງເກດບັນຫາປະທະກັນຢູ່ທະເລຕາເວັນອອກ ບໍ່ແມ່ນສັງເກດຈາກ 1 - 2 ປະເທດ ຫຼື ບັນຫາກຳລັງແຮງຂອງ 1 – 2 ປະເທດ ຫາກສັງເກດຈາກຄວາມສາມັກຄີ ແລະ ສຽງເວົ້າຂອງປະຊາຄົມໂລກ ຕ້ອງເຄົາລົບກົດໝາຍສາກົນ.”
ດ້ວຍຖານະເປັນສະມາຊິກອາຊຽນ, ຫວຽດນາມ ຢື່ນຢັນຄວາມສະເໜີຕົ້ນສະເໝີປາຍວ່າ ຢາກແກ້ໄຂທຸກບັນຫາໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນ້ຳໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຈະເພີ່ມທະວີການຮ່ວມມືກັບອາຊຽນ ໃນບັນຫາທະເລຕາເວັນອອກ.