(ພາບປະກອບ)
(vovworld) - ວັນທີ 26/9, ຢູ່ ຮ່າໂນ້ຍ, ສະຖາບັນມະຫາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ, ສະຖາບັນຄົ້ນຄ້ວາ ຈີນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ “ການພົວພັນ ຫວຽດນາມ - ຈີນ; 25 ປີ ແຫ່ງການສ້າງສາຍພົວພັນເປັນປົກກະຕິ ແລະ ແງ່ຫວັງ“. 25 ປີ ນັບແຕ່ ຫວຽດນາມ - ຈີນ ສ້າງການພົວພັນເປັນປົກກະຕິ (1991-2016), ການພົວພັນລະຫວ່າງສອງປະເທດບັນລຸໄດ້ບາດກ້າວພັດທະນາໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ.
ບັນດາຜູ້ແທນຖືວ່າ, ສອງປະເທດຄວນເພີ່ມທະວີການພົວພັນຮ່ວມມືໃນທຸກດ້ານ, ທຸກຂົງເຂດ ແລະ ພ້ອມກັນແກ້ໄຂບັນດາບັນຫາຫຍຸ້ງຍາກໃນຕໍ່ໜ້າ ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ມີການປະພຶດຕໍ່ຢ່າງສະເໝີພາບ ແລະ ເຄົາລົບເຊິ່ງກັນ ແລະ ກັນ.