ກອງປະຊຸມສຳມະນາການ ຮ່ວມມືເສດຖະກິດ- ການຄ້າຫວຽດນາມ-ຈີນ
ນັກຂ່າວ VOV ປະຈຳຈີນ -  
(ພາບ:vov)
(vovworld) – ຕອນບ່າຍວັນທີ 17/12, ຢູ່ ປັກກິງ, ປະເທດ ຈີນ, ສະຖານທູດຫວຽດນາມ ປະຈຳ ຈີນ ໄດ້ສົມທົບກັບສູນ ອາຊຽນ-ຈີນ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ການຮ່ວມມືເສດຖະກິດ-ການຄ້າ ຫວຽດນາມ-ຈີນ, ໄລຍະໃໝ່, ໂອກາດໃໝ່”. ບັນດາຜູ້ແທນລ້ວນແຕ່ເຫັນດີໂດຍຖືວ່າ: ການຮ່ວມມືເສດຖະກິດ ຫວຽດນາມ-ຈີນ ຍັງຄົງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຫຼາຍຢ່າງ, ການນຳຂັ້ນສູງ 2 ປະເທດຄວນສ້າງສະພາບແວດລ້ອມການຮ່ວມມືສັນຕິພາບ, ມິດຕະພາບ, ສ້າງເງື່ອນໄຂສະດວກໃນການພັດທະນາການພົວພັນຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ລະຫວ່າງປະຊາຄົມວິສາຫະກິດ 2 ຝ່າຍໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຫງວຽນວັນເທີ ສະແດງຄວາມປາດຖະໜາວ່າ: ພາຍຫຼັງກອງປະຊຸມສຳມະນາ ຈະກຳນົດໄດ້ຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ສິ່ງທ້າທາຍໃນການຮ່ວມມືເສດຖະກິດ ຫວຽດນາມ-ຈີນ, ຈາກນັ້ນສ້າງເປັນບັນດາຂໍ້ສະເໜີ, ຍືນສະເໜີຕໍ່ການນຳພັກ ແລະ ລັດຂອງ 2 ປະເທດ, ນຳການພົວພັນຮ່ວມມືການພັດທະນາທັງກ່ຽວກັບຂອບຂະໜາດ ແລະ ຄຸນນະພາບ, ນຳມາເຊິ່ງຜົນປະໃຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນ 2 ປະເທດ.
ນັກຂ່າວ VOV ປະຈຳຈີນ