ພາບປະກອບ:internet
|
(vovworld)- ໃນວັນທີ 28 - 31/5/2013 ຢູ່ນະຄອນ Pot don xko ຊື່ງແມ່ນແຂວງຫນຶ່ງຢູ່ ມົດສະກູ ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດເຕັກນິກສາກົນຄັ້ງທີ 8 ທີ່ມີຫົວຂໍ້ວ່າ: “ຮັບປະກັນຄວາມປອດໄພໃຫ້ແກ່ໂຮງງານໄຟຟ້ານິວເຄຼຍດ້ວຍເຕັກໂນໂລຊີເຕົາປະລິກອນ. ທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄຳເຫັນໄດ້ສຸມໃສ່ຫົວຂໍ້ ເຮັດແນວໃດ ແລະ ສ້າງແຜນການ, ຍຸດທະສາດຄືແນວໃດໃນໄລຍະສັ້ນ ແລະ ຍາວ ເພື່ອຮັບປະກັນຄວາມປອດໄພນິວເຄຼຍຢູ່ແຕ່ລະປະເທດ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບການກໍ່ສ້າງໂຮງງານໄຟຟ້ານິວເຄຼຍຢູ່ ຫວຽດນາມ ແລະ ຄວາມປອດໄພນິວເຄຼຍ, ທ່ານ Mikhaiil Nikitenko, ດຣ ວິທະຍາສາດ, ຮອງຫົວຫນ້າຄະນະອອກແບບບໍລິສັດ Ghiddropress ໃຫ້ຮູ້ວ່າ:
“ກ່ອນອື່ນໝົດ ບັນດາຊ່ຽວຊານຫວຽດນາມ ຄວນຄິດໄລ່ເຖິງການເລືອກເຟັ້ນແຜນຮ່າງທີ່ຖຶກຕ້ອງໃນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍຊື່ງລັດເຊຍໄດ້ແນະນຳ. ເພາະວ່າ ບັນດາແຜນຮ່າງນີ້ລ້ວນແຕ່ນຳໃຊ້ໃນໄລຍະ 60 ປີ. ເຖິງວ່າບັນດາແຜນຮ່າງດັ່ງກ່າວລ້ວນແຕ່ໄດ້ຮັບການຖອດຖອນບົດຮຽນຈາກເຫດການ Fukusimaແລ້ວ.”