ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຢູ່ອົດສຕາລີ
(ພາບປະກອບ)
(vovworld) - ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກ ແລະ ສະພາບແວດລ້ອມແຫ່ງຄວາມໝັນຄົງໃນພາກພື້ນຂອງອົດສຕາລີ” ຫາກໍຖືກດຳເນີນໄປເມື່ອມໍ່ໆມານີ້ຢູ່ Canberra, ດ້ວຍການເຂົ້າຮ່ວມຂອງນັກຮຽນຮູ້, ຜູ້ຊ່ຽວຊານດ້ານກົດໝາຍ, ການທະຫານ, ຄວາມສະຫງົບ, ການຕ່າງປະເທດ, ນັກວິຈານສາກົນເກືອບ 50 ຄົນ. ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍບົດປະກອບຄວາມເຫັນກ່ຽວກັບອະທິປະໄຕເຂດນ່ານທະເລຢູ່ທະເລຕາເວັນອອກ ແລະ ບັນດາເອກະສານດ້ານກົດໝາຍທີ່ພິສູດໃຫ້ເຫັນອະທິປະໄຕເຂດນ່ານທະເລຂອງຫວຽດນາມ ຢູ່ທະເລຕາເວັນອອກ. ກອງປະຊຸມສຳມະນາ ໄດ້ຮັບຟັງບັນດານັກບັນລະຍາຍເໜີກ່ຽວກັບຕົ້ນກຳເນີດການພິດພາດຢູ່ທະເລຕາເວັນອອກ, ບົດບາດຂອງກົດໝາຍ ແລະ ການຄຸ້ມຄອງຂອງສາກົນ, ທັດສະນະຂອງ ອາຊຽນ ແລະ ບັນດາຝ່າຍທີ່ມີການພິດພາດກ່ຽວກັບບັນດາທະເລຕາເວັນອອກ... ກອງປະຊຸມສຳມະນາ ໄດ້ຍົກອອກບັນດາມາດຕະການແກ້ໄຂໃຫ້ແກ່ບັນຫາທະເລຕາເວັນອອກ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສະຖຽນລະພາບ, ການຫຼິກລ້ຽງການປະທະກັນຢູ່ທະເລຕາເວັນອອກ ແມ່ນຈຳເປັນ ກ່ອນທີ່ຊອກຫາມາດຕະການແກ້ໄຂການພິດພາດ. ບັນດາຝ່າຍຕ້ອງປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບທະເລ (UNCLOS), ເຫັນດີກັບຂໍ້ສະເໜີຂອງອາຊຽນ ກ່ຽວກັບປະມວນລະບຽບການກ່ຽວກັບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC) ກໍຄືບັນດາຂໍ້ສະເໜີກ່ຽວກັບການສະກັດກັ້ນການປະທະກັນ, ການຮ່ວມດ້ານການສ້າງລະບອບການເດີນທະເລ. ກອງປະຊຸມສຳມະນາຍັງເນັ້ນໜັກວ່າ ວິວັດການຊອກຫາມາດຕະການໃຫ້ແກ່ການພິດພາດຢູ່ທະເລຕາເວັນອອກ ຕ້ອງການມີຄວາມເຂົ້າຮ່ວມຢ່າງຕັ້ງໜ້າຂອງຈີນ ທີ່ສຸດ.