ກອງປະຊຸມສຳມະນາກ່ຽວກັບສະພາບແວດລ້ອມແຫ່ງການດດຳເນີນທຸລະກິດຫວຽດນາມ ຢູ່ນອກແວ
ກອງປະຊຸມສຳມະນາກ່ຽວກັບສະພາບແວດລ້ອມ
ແຫ່ງການດດຳເນີນທຸລະກິດຫວຽດນາມ ຢູ່ນອກແວ
(ພາບ: vietnamplus.vn)
(vovworld) – ວັນທີ 15/10, ສະຖານທູດຫວຽດນາມ ປະຈຳນອກແວ ໄດ້ສົມທົບກັບຫ້ອງການການຄ້າ Oslo ຈັດຕັ້ງ “ກອງປະຊຸມສຳມະນາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ”. ເພື່ອໃຫ້ບັນດາບໍລິສັດຂອງນອກແວ ຊອກຮູ້ກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.
ກ່າວຄຳເຫັນທີ່ເວລາໄຂກອງປະຊຸມສຳມະນາ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳນອກແວ ເລທິຕ໋ວຽດມາຍ ໃຫ້ຮູ້ວ່າ, ການນຳ ແລະ ປະຊາຄົມວິສາຫະກິດຫວຽດນາມ ແລະ ນອນແວ ໄດ້ແບ່ງປັນທັດສະນະລວມທີ່ວ່າ ປະຈຸບັນນັບມື້ນັບມືກາລະໂອກາດຮ່ວມມືດຳເນີນທຸລະກິດຕື່ມອີກໃຫ້ແກ່ວິສາຫະກິດ 2 ປະເທດ.
ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບາງບໍລິສັດຂອງນອກແວ ພວມເຄື່ອນໄຫວຢູ່ຫວຽດນາມ, ໄດ້ແບ່ງປັນບົດຮຽນ ແລະ ຂໍ້ສັງເກດກ່ຽວກັບສິ່ງທ້າທາຍ ແລະ ວັດທະນະທຳດຳເນີນທຸລະກິດຢູ່ຫວຽດນາມ. ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ນຳມາເຊິ່ງບັນດາກາລະໂອກາດໃຫຍ່ຫຼວງໃຫ້ແກ່ບັນດາບໍລິສັດຂອງນອກແວ, ພ້ອມນັ້ນນີ້ກໍ່ແມ່ນ “ປະຕູ” ເພື່ອໃຫ້ບັນດາວິສາຫະກິດນອກແວ ສາມາດເຊື່ອມຊຶມເຂົ້າຕະຫຼາດຂອງບັນດາປະເທດສະມາຊິກອື່ນຂອງອາຊຽນ.